ເສັ້ນທາງການບິນທີ່ສ້າງລາຍໄດ້ສູງສຸດໃນໂລກ

  ທຸລະກິດການບິນເປັນທຸລະກິດທີ່ສ້າງລາຍໄດ້ດີ ແຕ່ກໍບໍ່ແມ່ນເລື່ອງ ງ່າຍທີ່ຈະປະສົບຄວາມສຳເລັດໃນການແຂ່ງຂັນທີ່ດຸເດືອດໃນປະຈຸບັນ,ຕາມຂ່າວຕ່າງປະເທດລາຍງານວ່າ ລາຍງານຫຼ້າສຸດຈາກ OAG ບໍລິສັດຜູ້ໃຫ້ບໍລິການຂໍ້ມູນຕາຕະລາງບິນທົ່ວໂລກທີ່ມີສຳນັກງານຢູ່ອັງກິດເປີດເຜີຍເສັ້ນທາງບິນຂອງສາຍການບິນທີ່ສ້າງລາຍໄດ້ສູງສຸດໃນຮອບ 12 ເດືອນ ເຖິງເດືອນມີນາປີ 2019, ໂດຍຖ້ຽວບິນຂອງບຣິຕິແອເວຈາກສະໜາມບິນຮິດໂທວນະຄອນຫຼວງລອນດອນໄປນີວຢອກສະໜາມບິນ JFK ຄວ້າໄຊຊະນະສ້າງລາຍໄດ້ສູງສຸດໃນສາຍການບິນຫຼາຍເຖິງ 1.159 ລ້ານໂດລາສະຫະລັດ, ອັນດັບ 2 ເສັ້ນທາງການບິນລະຫວ່າງ ເມລເບິນໄປຊິດນີຂອງສາຍການບິນແຄວນຕັສ ສ້າງລາຍໄດ້ 861 ລ້ານໂດລາ, ອັນດັບ 3 ເສັ້ນທາງການບິນລະຫວ່າງດູໄບໄປລອນດອນຮິດໂທວ ຂອງສາຍການບິນເອມິເຣດ ສ້າງລາຍໄດ້ 796 ລ້ານໂດລາ, ອັນດັບ 4 ເສັ້ນທາງການບິນລະຫວ່າງລອນດອນຮິດໄທວໄປສິງກະໂປຂອງສາຍການບິນສິງກະໂປແອລາຍສ້າງລາຍໄດ້ 735 ລ້ານໂດ ລາ, ອັນດັບ 5 ເສັ້ນທາງການບິນລະຫວ່າງຊານຟຣານຊິສໂກໄປນີວຢອກຂອງສາຍການບິນຢູໄນເຕັດແອລາຍ ສ້າງລາຍໄດ້ 689 ລ້ານໂດລາ, ອັນດັບ 6 ເສັ້ນທາງການບິນລະຫວ່າງລອດແອງເຈລິດ ໄປນີວຢອກ JFK ຂອງສາຍການບິນອາເມລິກາແອລາຍສ້າງລາຍໄດ້  661 ລ້ານໂດລາ, ອັນດັບ 7 ເສັ້ນທາງການບິນລະຫວ່າງລອນດອນຮິດໂທວໄປ ໂດຮາ ຂອງສາຍການບິນກາຕາແອເວສ້າງລາຍໄດ້ 639 ລ້າໂດລາ,ອັນດັບ 8 ເສັ້ນທາງການບິນລະຫວ່າງຮົງກົງໄປລອນດອນຮິດໂທວຂອງສາຍການບິນຄາເທປາຊິຟິກ ສ້າງລາຍໄດ້ 639 ລ້ານໂດລາ, ອັນດັບເສັ້ນທາງການບິນລະຫວ່າງຊິດນີໄປສິງກະໂປຂອງສາຍການບິນສິງກະໂປແອລາຍສ້າງລາຍໄດ້ 549 ລ້ານໂດລາ ແລະອັນດັບ 10 ເສັ້ນທາງການບິນລະຫວ່າງ ໂຕຣອນໂຕໄປແວນຄູເວີຂອງສາຍການບິນແອການາດາສ້າງລາຍໄດ້ 541 ລ້ານໂດລາ.

ຂະນະທີ່ສິງກະໂປແອລາຍເປັນສາຍການບິນດຽວທີ່ມີ 2 ເສັ້ນທາງ ບິນຕິດ 10 ອັນດັບທຳອິດຄືເສັ້ນທາງບິນລອນດອນ-ສິງກະໂປ ແລະ ສິງກະໂປ-ຊິດນີ.

  • ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ