ຈີນຈະສ້າງສະຖານີສົ່ງສັນຍານ 5ຈີ ຫຼາຍກວ່າ 50 ພັນແຫ່ງ

     ຄາດຄະເນວ່າ ປີ 2019 ນີ້ ສປ ຈີນ ຈະສ້າງສະຖານີສົ່ງສັນ ຍານ 5ຈີ ຫຼາຍກວ່າ 5 ພັນແຫ່ງ ຢູ່ໃນ 50 ຕົວເມືອງ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ວັນທີ 27 ສິງຫານີ້ ກອງ ປະຊຸມສຸດຍອດເວທີປຶກສາຫາລືອະນາຄົດການເຊື່ອມຈອດດ້ານອັດສະ ລິຍະ5ຈີ ທີ່ຈັດຂຶ້ນໃນໄລຍະງານ ວາງສະແດງອຸດສາຫະກຳອັດສະລິຍະສາກົນຈີນປີ 2019, ເຈົ້າໜ້າ ທີ່ໆກ່ຽວຂ້ອງຂອງກະຊວງອຸດສາຫະກຳ ແລະຂໍ້ມູນຂ່າວສານຈີນໃຫ້ຮູ້ວ່າ: ອີງຕາມແຜນແມ່ບົດໃນປະຈຸບັນ, ຄາດວ່າ ປີ 2019 ຈີນຈະສ້າງສະຖານີສົ່ງສັນຍານ 5ຈີ ຫຼາຍກວ່າ 50 ພັນແຫ່ງຢູ່ 50 ຕົວເມືອງ.ໃນເມື່ອ ບໍ່ດົນມານີ້ ກະຊວງອຸດສາຫະກຳ ແລະຂໍ້ມູນຂ່າວສານຈີນໄດ້ມອບໃບອະນຸຍາດດຳເນີນທຸລະກິດ 5ຈີ ໃຫ້ ແກ່ວິສາຫະກິດ 4 ແຫ່ງຂອງຈີນຄື:ບໍລິສັດໂທລະຄົມຈີນ, ບໍລິສັດໂມບາຍຈີນ,ບໍລິສັດຢູນີຄອມຈີນ ແລະບໍລິສັດວິທະຍຸໂທລະພາບຈີນ ຊຶ່ງເປັນຂີດໝາຍສະແດງໃຫ້ເຫັນເຖິງເຕັກນິກ 5ຈີ ຂອງຈີນໄດ້ເຂົ້າສູ່ໄລຍະໃໝ່ໃນການຂະຫຍາຍ ແລະພັດທະນາການດຳເນີນທຸລະກິດຢ່າງເປັນທາງການ.

ມາຮອດປະຈຸບັນ,ການພັດທະນາການດຳເນີນທຸລະກິດ 5ຈີ ໃນໄລຍະຕົ້ນພວມດຳເນີນໄປດ້ວຍດີ, ສະພາບການພັດທະນາອຸດສາຫະກຳ 5ຈີ ມີຄວາມອຸດົມສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ,ການສ້າງເຄືອຂ່າຍອິນເຕີເນັດໄດ້ຮັບການຊຸກຍູ້ເປັນກ້າວໆຢ່າງໝັ້ນທ່ຽງ.

  • ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ