ໝາກກີວີ ມີປະໂຫຍດຢ່າງຫຼວງຫຼາຍ ທີ່ຫຼາຍຄົນອາດບໍ່ຮູ້

ໝາກກີວີເປັນໝາກໄມ້ຊະນິດໜຶ່ງທີ່ແຊບແລະສາມາດຊ່ວຍຫຼຸດຄວາມຕຸ້ຍເພາະໃນໝາກມີໄພເບີເປັນຈຳນວນຫຼວງຫຼາຍທີ່ເຮັດໃຫ້ອິ່ມໄວ ແລະດົນ, ນອກຈາກນີ້ແລ້ວຍັງມີປະໂຫຍດຢ່າງຫຼວງຫຼາຍທີ່ຫຼາຍຄົນອາດບໍ່ທັນຮູ້ເພາະມັນຍັງສາມາດຊ່ວຍຫຼຸດ ຫຼື ຮັກສາພະຍາດໄດ້ນຳອີກ.

  1. ຊ່ວຍຕ້ານອະນຸມູນອິດສະລະໄດ້ສູງ ແລະ ສາມາດຫຼຸດຈຸດດ່າງດຳໄດ້.
  2. ມີວິຕາມິນຊີສູງ ຊ່ວຍເສີມສ້າງຄໍລາເຈນ ເຮັດໃຫ້ໂຄງສ້າງຜິວມີຄວາມແຂງແຮງ.
  3. ບຳລຸງຜິວພັນໃຫ້ສົດໃສ.
  4. ຊ່ວຍປ້ອງກັນການເສື່ອມສະພາບຂອງເຊວ ໃນຮ່າງກາຍ.
  5. ຊ່ວຍການໄຫຼວຽນຂອງເລືອດໄດ້ດີ.
  6. ຊ່ວຍໃຫ້ນອນຫຼັບງ່າຍ ແລະສະບາຍໂຕ.
  7. ເປັນການປ້ອງກັນການຫຼຸດຄວາມສ່ຽງຈາກພະຍາດຫົວໃຈ.
  8. ຊ່ວຍເສີມສ້າງພູມຕ້ານທານໃຫ້ແຂງແຮງ.
  9. ສາມາດເຮັດໃຫ້ຮ່າງກາຍຕ້ານພະຍາດໄຂ້ ຫວັດໃຫຍ່ໄດ້.
  10. ຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ ຢ່່າງມີປະສິດທິພາບ.
  11. ປ້ອງກັນການແໜ້ນທ້ອງເຮັດໃຫ້ຂັບຖ່າຍ ໄດ້ສະດວກ.
  12. ຊ່ວຍຕໍ່ຕ້ານເຊື້ອແບັກທີເລຍ ແລະເຊື້ອໄວຣັດ.
  13. ຊ່ວຍບັນເທົາການອັກເສບຕ່າງໆໃນຮ່າງກາຍ.                                                                                                 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ