ອາກຊັງຕິນ ປະກາດຄວບຄຸມເງິນທຶນ

 ລັດຖະບານອາກຊັງຕິນປະກາດໃຊ້ມາດຕະການຄວບຄຸມເງິນທຶນ (Capital Controls) ເພື່ອປ້ອງກັນການຫຼຸດລົງຂອງທຶນ ສຳຮອງເງິນຕາຕ່າງປະເທດ ແລະມູນຄ່າສະກຸນເງິນເປໂຊ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ກ່ອນໜ້ານີ້ການຫຼຸດລົງຂອງທຶນສຳຮອງເງິນຕາຕ່າງປະເທດ ແລະມູນຄ່າເງິນເປໂຊສົ່ງຜົນໃຫ້ອາກຊັງຕິນມີຄວາມສ່ຽງທີ່ປະເຊີນກັບການຊຳລະບໍ່ໄດ້ຕາມ ກຳນົດເວລາຊຶ່ງມາດຕະການຄວບຄຸມເງິນທຶນທີ່ປະກາດໃຊ້ຄັ້ງນີ້ ຄວບຄຸມເຖິງການກຳນົດໃຫ້ກຸ່ມຜູ້ສົ່ງອອກນຳເງິນລາຍໄດ້ໃນຮູບສະກຸນເງິນຕ່າງປະເທດກັບມາຍັງອາກຊັງຕິນ,ຂະນະທີ່ສະຖາບັນການເງິນຕ່າງໆຈະຕ້ອງໄດ້ຮັບອະນຸຍາດຈາກທະນາຄານກາງກ່ອນທີ່ຈະເຂົ້າຊື້ສະກຸນເງິນໂດລາສະຫະລັດໃນຕະຫຼາດເງິນຕາຕ່າງປະເທດ,ຍົກເວັ້ນກໍລະນີເຮັດການຄ້າກັບຕ່າງປະເທດສ່ວນປະຊາຊົນຊາວອາກຊັງຕິນຈະຖືກຈຳກັດການຊື້ສະກຸນເງິນໂດລາໃນວົງເງິນບໍ່ເກີນ 10 ພັນໂດລາຕໍ່ເດືອນ,ການປະກາດດັ່ງກ່າວນີ້ມີຂຶ້ນພາຍຫຼັງສະກຸນເງິນເປໂຊຂອງອາກຊັງຕິນຫຼຸດລົງຢ່າງໜັກສົ່ງຜົນໃຫ້ບ້ວງເງິນໃນທຶນສຳຮອງເງິນຕາຕ່າງປະເທດຫຼຸດລົງເຖິງ 3 ຕື້ໂດລາ.

ນອກນັ້ນ,ລັດຖະບານອາກຊັງຕິນພວມປະສົບກັບຄວາມຫຍຸ້ງຍາກລຳບາກໃນການຈ່າຍເງິນ ຫຼື ຊຳລະໜີ້ໃນໄລຍະຍາວ ເພື່ອສະກັດກັ້ນການຫຼຸດລົງຂອງສະກຸນເງິນເປໂຊ.

ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ