ຈີນ-ກຳປູເຈຍສ້າງກົນໄກຮ່ວມມືດ້ານພາສີ

 ສປ ຈີນ ແລະກຳປູເຈຍສ້າງກົນໄກການແລກປ່ຽນ ແລະການຮ່ວມມືດ້ານພາສີເພື່ອຊຸກຍູ້ໃຫ້ສອງຝ່າຍແລກປ່ຽນຄວາມເຫັນໂດຍກົງ ແລະມີປະສິດທິພາກວ່າເກົ່າ.

ຕາມຂ່າວ Cri ລາຍງານວ່າພິທີສ້າງຕັ້ງກົນໄກແລກປ່ຽນ ແລະປະສານງານເປັນປະຈຳລະຫວ່າງສະພາການຄ້າຈີນປະຈຳກຳປູເຈຍ ແລະອົງການພາສີກຳປູເຈຍໄດ້ຈັດ ຂຶ້ນຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍໃນໃນທ້າຍອາທິດທີ່ຜ່ານມາ ໂດຍມີທ່ານ ວາງເວີນ ທ່ຽນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍ, ທ່ານ ຄອງວີບົນປະທານອົງການພາສີກຳປູເຈຍ, ທ່ານ ຈິ້ງຈຸ້ນ ປະທານສະພາການ ຄ້າຈີນປະຈຳກຳປູເຈຍ ແລະຜູ້ຕາງໜ້າວິສາຫະກິດຈີນ 120 ກວ່າ ທ່ານໄດ້ເຂົ້າຮ່ວມຊຶ່ງທ່ານ ວາງ ເວີນທ່ຽນເອກອັກຄະລັດຖະທູດຈີນປະຈຳກຳປູເຈຍກ່າວວ່າ, ການທີ່ສ້າງຕັ້ງກົນໄກແລກປ່ຽນ ແລະປະສານງານເປັນປະຈຳລະຫວ່າງສະພາການຄ້າຈີນປະຈຳກຳປູເຈຍ ແລະອົງການພາສີກຳປູເຈຍຈະເປັນການຊຸກຍູ້ໃຫ້ສອງຝ່າຍແລກປ່ຽນຄວາມເຫັນໂດຍກົງ ແລະມີປະສິດທິພາບສູງກວ່າເກົ່າ,ຍັງສາມາດຊ່ວຍແກ້ໄຂບັນຫາດ້ານພາສີທີ່ວິສາຫະກິດຈີນພົບພໍ້ໃນເວລາດຳເນີນທຸລະກິດຢູ່ກຳປູເຈຍ ເພື່ອ ປົກປ້ອງສິດ ແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງວິສາຫະກິດຈີນທີ່ເປັນຜູ້ເສຍພາສີ.

ທ່ານກ່າວຕື່ມວ່າ,ມາດຕະການດັ່ງກ່າວເປັນການສົ່ງສັນຍານທີ່ຕັ້ງໜ້າຕໍ່ພາຍນອກໂດຍສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຢ່າງເດັດດ່ຽວຂອງລັດຖະບານກຳປູເຈຍໃນການສຸມກຳລັງເຂົ້າໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃຫ້ດີຂຶ້ນ ຊຶ່ງມີຄວາມໝາຍສຳຄັນຕໍ່ການລົງເລິກການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດ ຕື່ມອີກ, ດຶງດູດວິສາຫະກິດຈີນມາລົງທຶນ ແລະດຳເນີນທຸລະກິດຢູ່ກຳປູເຈຍໃຫ້ຫຼາຍກວ່າເກົ່າ.

ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ