ໂຈ໊ກເກີຣ ຄ້ວາສິງໂຕຄຳໃນເທສະການ ຮູບເງົາເວນິສ

  ໂຈ໊ກເກີຣ ຮູບເງົາທີ່ຖ່າຍ ທອດເລື່ອງລາວຂອງວາຍຮ້າຍ ຊຶ່ງສ້າງຈາກກາຕູນຄ້ວາລາງວັນ ສິງໂຕຄຳ ຊຶ່ງເປັນລາງວັນສູງສຸດຈາກເທສະການຮູບເງົານານາ ຊາດເວນິສປະຈຳປີນີ້.

ເທສະການຮູບເງົານານາຊາດເວນິສປະຈຳປີ 2019 ນີ້ເປັນຄັ້ງ ທີ 76 ມີຂຶ້ນລະຫວ່າງວັນທີ 28 ສິງຫາຈົນເຖິງວັນທີ 7 ກັນຍາທີ່ຜ່ານມາ ໂດຍມີຮູບເງົາ 21 ເລື່ອງ ຈາກນານາປະເທດຜ່ານການຄັດ ເລືອກໃຫ້ເຂົ້າສາຍຊີງລາງວັນໃຫ່ຍທີ່ສຸດຂອງງານຄືສິງໂຕຄຳ ຊຶ່ງທຽບເທົ່າກັບຮູບເງົາດີເດັ່ນ ແລະລາງວັນດັ່ງກ່າວໃນປີນີ້ເປັນຂອງ ໂຈ໊ກເກີຣຮູບເງົາແນວທຣິລເລີ-ຈິດວິທະຍານໍາສະແດງໂດຍວາຄິນຟິນິກໃນບົດຂອງໂຈ໊ກເກີຣ ແລະກໍາກັບການສະແດງໂດຍທ໊ອດຟິລລິບ.ນອກຈາກໂຈ໊ກເກຣີເປັນຮູບເງົາເລື່ອງທໍາອິດທີ່ຖ່າຍທອດເລື່ອງ ລາວຂອງວາຍຮ້າຍທີ່ມາຈາກກາຕູນຊຶ່ງຊະນະລາງວັນສູງສຸດຂອງ ເທສະການຮູບເງົາເວນິສແລ້ວຍັງເພີ່ມກະແສ ແລະຄວາມເປັນໄປໄດ້ ຂອງຮູບເງົາໃນການເຂົ້າຊີງລາງ ວັນໃຫຍ່ໃນເວທີອອດສະກາຕາມຮອຍຮູບເງົາຊີງລາງວັນນີ້ເມື່ອ 2 ປີກ່ອນໜ້ານີ້ຄື ເດີເຊບອອຟວໍເທີ  ໃນປີ 2017ແລະໂຣມາໃນປີທີ່ຜ່ານມາ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ