ຈີນຈະເປີດຕະຫຼາດຫຼາຍຂື້ນເພື່ອເສລີການຄ້າທົ່ວໂລກ

  ທ່ານ ສີ ຈິ້ນຜິງປະທານປະເທດຂອງ ສປ ຈີນ ກ່າວກັບນາຍົກລັດ ຖະມົນຕີເຢຍລະມັນວ່າ ທັງສອງປະເທດຄວນເພີ່ມຄວາມຮ່ວມມືດ້ານ ການຄ້າໃຫ້ຫຼາຍຂຶ້ນ ແລະໃຫ້ຄຳໝັ້ນວ່າ ຈະເປີດກ້ວາງທາງເສດຖະກິດຂອງຈີນໃຫ້ຫຼາຍຂຶ້ນ.

ຕາມຂ່າວຕ່າງປະເທດລາຍງານວ່າຜູ້ນໍາຈີນຕ້ອນຮັບທ່ານ ອັງເກລາ ແມເຄິລ ຜູ້ນໍາເຢຍລະມັນຢູ່ທີ່ນະຄອນຫຼວງປັກກິ່ງໃນທ້າຍອາທິດທີ່ຜ່ານມາ ໂດຍຜູ້ນໍາຈີນກ່າວເຖິງຄວາມສຳຄັນໃນການຍົກລະດັບຄວາມຮ່ວມມືທາງການຄ້າກັບເຢຍລະມັນໃຫ້ຫຼາຍຂຶ້ນເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບທຸພາກສ່ວນທີ່ກ່ຽວຂ້ອງວ່າຈະໄດ້ຮັບການແບ່ງປັນຜົນປະໂຫຍດຢ່າງເທົ່າທຽມກັນ ໂດຍປະຈຸບັນຈີນຖືເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງເຢຍລະມັນດ້ວຍມູນຄ່າການຄ້າຢູ່ທີ່ 199 ຕື້ເອີໂຣ ສະເພາະໃນປີທີ່ຜ່ານມາ,ຂະນະດຽວກັນຜູ້ນຳຈີນຢືນຢັນກັບຜູ້ນໍາເຢຍລະມັນວ່າ ຈີນຈະປະຕິຮູບຕະຫຼາດການຄ້າຂອງປະເທດໃຫ້ເປີດກ້ວາງ ແລະມີຄວາມເປັນທຳຫຼາຍຂຶ້ນ ໂດຍສະເພາະກັບຂະແໜງອຸດສາຫະກຳ ແລະຂະແໜ່ງການເງິນຕະຫຼອດຮອດດ້ານການບໍລິການ.

ດ້ານທ່ານ ນາງ ແມເຄິລ ຊຶ່ງຢ້ຽມຢາມຈີນຢ່າງເປັນທາງການເປັນເທື່ອ ທີ່ 12 ແລ້ວ ນັບຕັ້ງແຕ່ດຳລົງຕຳ ແໜ່ງນາຍົກລັດຖະມົນຕີເຢຍລະມັນໃນ ປີ 2005 ກ່າວເຖິງສົງຄາມການຄ້າລະຫວ່າງອາເມລິກາກັບຈີນວ່າ ຍິ່ງ ແກ່ຍາວຫຼາຍທໍ່ໃດທຸກປະເທດໃນໂລກຍິ່ງໄດ້ຮັບຜົນກະທົບຫຼາຍເທົ່ານັ້ນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ