ອະດີດປະທານາທິບໍດີ ຊິມບໍາເວ ເສຍຊີວິດ

  ທ່ານ ໂຣເບີດມູກາເບອະດີດປະທານາທິບໍດີ ຊິມບໍາເວ ທີ່ເຄີຍປົກ ຄອງປະເທດ ເປັນໄລຍະເວລາ 37 ປີ ນັບແຕ່ປີ 1980 ຫາ2017 ໄດ້ເສຍຊີ ວິດແລ້ວລວມອາຍຸໄດ້ 95 ປີ ດ້ວຍພະຍາດຂອງຜູ້ກ່ຽວ.

ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ເອັມເມີສັນນັງກາກວາ ປະທານາທິບໍດີຊິມບໍາເວຄົນປະຈຸບັນ ໂພສຂໍ້ຄວາມໃນທະວິດເຕີລະບຸວ່າ “ເສຍໃຈຢ່າງສຸດຊຶ້ງ” ທີ່ຕ້ອງແຈ້ງວ່າ ອະດີດປະທານາທິບໍດີ ໂຣເບີດມູກາເບ ເສຍຊີວິດແລ້ວ,ຊຶ່ງຂໍ້ຄວາມໄຫວ້ອາໄລຂອງນັງກາກວາລະບຸ ວ່າ ທ່ານ ‘ມູກາເບ’ປຽບໄດ້ກັບພໍ່ຜູ້ກໍ່ຕັ້ງປະເທດຊິມບໍາເວ ທັງຍັງເປັນ ສັນຍາລັກແຫ່ງການຕໍ່ສູ້ປົດປ່ອຍຊາວອາຟຣິກາອອກຈາກການຢຶດຄອງຂອງປະເທດເຈົ້າອານານິຄົມແລະການອຸທິດຕົນອັນຍິ່ງໃຫຍ່ຂອງທ່ານ ຈະບໍ່ມີວັນຈາງຫາຍໄປຈາກປະຫວັດສາດຊາດ ພ້ອມລະບຸວ່າ ດວງວິນ ຍານຂອງທ່ານຈະພົບກັບຄວາມສະຫງົບສັນຕິນິລັນດອນ.ຂະນະທີ່ສື່ຕ່າງ ປະເທດລາຍງານວ່າ ມູກາເບເຖິງແກ່ກຳທີ່ສິງກະໂປ ຊຶ່ງທ່ານເຂົ້າຮັບ ການປິ່ນປົວອາການປ່ວຍມາຕັ້ງແຕ່ປີ 2017.

ທັງນີ້ ໄລຍະທຳອິດທີ່ຮັບຕຳແໜ່ງປະທານາທິບໍດີ ມູກາເບໄດ້ຮັບການຍົກຍ້ອງວ່າເປັນຜູ້ນຳການປົດປ່ອຍຊິມບໍາເວຈາກການເປັນອານານິຄົມຂອງອັງກິດທັງຍັງເປັນຜູ້ວາງຮາກຖານທາງການເມືອງ ແລະລະບົບເສດຖະກິດຂອງຊິມບໍາເວໃນຍຸກປະຈຸບັນ.

 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ