ນໍ້າໝາກນາວ ປະສົມກັບຜັກເຊີນາລີຝຣັ່ງ ຊ່ວຍຮັກສາເບົາຫວານ

  ພະຍາດເບົາຫວານ ເປັນພະຍາດທີ່ຮັກສາບໍ່ດີ ແລະມີຄວາມຮ້າຍແຮງສາມາດຂ້າຊີວິດຜູ້ຄົນຈໍານວນຫຼາຍທັ້ງຍັງເປັນໄພຮຸກຮານຕໍ່ຜູ້ທີ່ີສຸຂະພາບບໍ່ແຂງແຮງເມື່ອເປັນແລ້ວກໍຈະຮຸນແຮງນໍາມາຊຶ່ງພະຍາດຕ່າງໆອີກແຕ່ພໍມີວິທີຄວບຄຸມ ແລະຮັກສາໃຫ້ຢູ່ໃນ ຂັ້ນປົກກະຕິ ໂດຍໃຊ້ການຮັກສາແບບທໍາມະຊາດດ້ວຍສອງສະໝຸນໄພຕໍ່ໄປນີ້.

 * ສ່ວນປະກອບ:

  1. ນໍ້າໝາກນາວສົດ 6 ໜ່ວຍ.
  2. ຜັກເຊີນາລີຝຣັ່ງ 300g.

ວິທີເຮັດ: ນໍາເອົາໝາກນາວສົດ 6 ໜ່ວຍ ແລະ ຜັກເຊີນາລີຝຣັ່ງ ຫຼື ໃສ່ທັງຮາກແຮງເປັນການດີ 300g ລ້າງໃຫ້ສະອາດຕັດເປັນຕ່ອນຂະໜາດພໍດີ   ແລະໃສ່ໃນໝໍ້ໃສ່ນໍ້າໝາກນາວແລ້ວປິດຝາຫຼັງຈາກ ນັ້ນໃຫ້ເອົາໝໍ້ທີ່ມີນໍ້າໝາກນາວ ແລະຜັກເຊີນາລີໃສ່ ໃນໝໍ້ອີກໜ່ວຍໜຶ່ງແລ້ວເອົາໄປຄ້າງໃສ່ເຕົາໄຟເຮັດ ໄຟອ່ອນໆປະໄວ້ 2 ຊົ່ວໂມງ ແລ້ວປະໃຫ້ນໍ້າເຢັນໃສ່ຕຸກເກັບໄວ້ໃນຕູ້ເຢັນເພື່ອບໍ່ໃຫ້ບູດ ແລະໃຫ້ດື່ມມື້ລະ 1 ບ່ວງທຸກເຊົ້າຕອນທ້ອງຫວ່າງກ່ອນອາຫານເຊົ້າ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ