ອົດສະຕຣາລີ ຈ່າຍເງິນຈູງໃຈໃຫ້ຄູໄປສອນຢູ່ໂຮງຮຽນຊົນນະບົດ

  ລັດວິກຕໍເຣຍ ຂອງອົດ ສະຕຣາລີຈ່າຍເງິນຈູງໃຈໃຫ້ຄູ 50.000 ໂດລາອົດສະຕຣາລີ (ປະມານ 32 ພັນໂດລາສະຫະ ລັດ) ໃຫ້ໄປສອນໃນຊົນນະບົດເພື່ອຫຼຸດຄວາມແຕກໂຕນທາງດ້ານ ຄຸນນະພາບການສຶກສາ.

ຕາມຂ່າວຕ່າງປະເທດລາຍ ງານວ່າ: ລັດຖະບານລັດວິກຕໍ ເຣຍສະເໜີເງິນຈູງໃຈສູງສຸດ 50.000 ໂດລາອົດສະຕຣາລີ ໃຫ້ຄູໃນເມືອງເມລເບີນ ເມືອງຫຼວງ ຂອງລັດວິກຕໍເຣຍ ແລະເປັນເມືອງ ໃຫຍ່ອັນດັບສອງຂອງອົດສະຕຣາ ລີ ຍ້າຍໄປສອນໃນໂຮງຮຽນຊົນ ນະບົດຂອງລັດແທນ ໂດຍຍິ່ງຍ້າຍ ໄປທີ່ຊຸມຊົນທີ່ຂາດແຄນຄູທີ່ມີຄຸນນະພາບຫຼາຍເທົ່າໃດກໍຈະຍິ່ງ ໄດ້ຮັບເງິນຈູງໃຈຫຼາຍຂຶ້ນເທົ່ານັ້ນເມື່ອຍ້າຍໄປສອນໃນຊົນນະບົດ ແລ້ວ ແລະຍັງຄົງສອນຕິດຕໍ່ກັນ ເປັນເວລາ 3 ປີ ກໍຈະໄດ້ຮັບເງິນ ເພີ່ມອີກປີລະ 9.000 ໂດລາອົດ ສະຕຣາລີ, ໂດຍທ່ານ ເຈມ ເມີລິ ໂນ ລັດຖະມົນຕີກະຊວງສຶກສາ ທິການລັດວິກຕໍເຣຍ ກ່າວວ່າ: ຄຸນນະພາບການສອນມີອິດທິພົນ ຢ່າງຍິ່ງຕໍ່ການຮຽນ ຈຶ່ງໄດ້ລົງທຶນ ເພື່ອດຶງດູດຜູ້ອຳນວຍການ ແລະ ຄູທີ່ມີຄຸນນະພາບໄປທີ່ໂຮງຮຽນ ໃນຊົນນະບົດ ຊຶ່ງ“ສິ່ງທີ່ເຮົາໃຫ້ຄວາມສຳຄັນຄືການເຮັດໃຫ້ແນ່ໃຈວ່ານັກຮຽນທຸກຄົນບໍ່ວ່າຈະ ອາໄສຢູ່ບ່ອນໃດກໍຈະມີຈຸດເລີ່ມ ຕົ້ນໃນຊີວິດທີ່ດີທີ່ສຸດ, ສາມາດ ເຂົ້າເຖິງໂຮງຮຽນໃນທ້ອງຖິ່ນທີ່ດີ ແລະໄດ້ຮັບການສຶກສາທີ່ດີໄດ້”.

ເງິນຈູງໃຈຄູນີ້ເປັນສ່ວນໜຶ່ງ ໃນງົບ 45.2 ລ້ານໂດລາອົດສະ ຕຣາລີ ສໍາລັບໃຊ້ຫຼຸດຊ່ອງວ່າງ ທາງການສຶກສາລະຫວ່າງນັກຮຽນໃນເມືອງກັບໃນຊົນນະບົດ ໂດຍການໃຊ້ງົບເພື່ອຈູງໃຈໃຫ້ຄູ ໄປສອນໃນຊົນນະບົດນີ້ ເປັນໄປ ຕາມຄຳແນະນຳຂອງຄະນະທີ່ປຶກສາຊຳນານການເພື່ອນັກຮຽນໃນຊົນນະບົດ (Expert Advisory Panel for Rural and Regional Students).

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ