ຈັບ 2 ຜູ້ຖືກຫາມີຢາບ້າເກືອບ 500 ເມັດ

 ເວລາປະມານ 14 ໂມງ ຂອງວັນທີ 5 ສິງຫາຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງໄຊຍະບູລີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີຈະມີຄົນບໍ່ດີເຄື່ອນໄຫວມົ້ວສຸມຄ້າ-ຂາຍເສບຢາເສບຕິດຢູ່ເຂດບ້ານລ້ອງປໍ, ເມືອງໄຊຍະບູລີ, ຜ່ານການລົງກວດກາແຫຼ່ງຂ່າວເຫັນວ່າມີມູນຄວາມຈິງຈຶ່ງໄດ້ນໍາໃຊ້ກໍາລັງວິຊາສະເພາະເຂົ້າຈັບກຸມຜູ້ຕ້ອງສົງໄສ.

  ຜູ້ຕ້ອງຫາຄື ນາງ ມາຊົງ ອາຍຸ 59 ປີ, ປະຊາຊົນ, ບ້ານລ້ອງປໍ, ພ້ອມທັງເຂົ້າ ກວດຄົ້ນເຮືອນຂອງຜູ້ກ່ຽວພົບເຫັນວັດຖຸຂອງກາງຢາບ້າຈຳນວນ 484 ເມັດ, ຢາໄອ້ 1 ຖົງນ້ອຍ (ນໍ້າໜັກ 6 ກຣາມ) ອຸປະກອນເສບຢາບ້າ 3 ຊຸດ, ເງິນສົດ 14 ລ້ານກີບ, ໂທລະສັບ 3 ເຄື່ອງ ແລະ ລົດຈັກໜຶ່ງຄັນ.

  ໃນຂະນະດຽວກັນກໍ່ໄດ້ກັກຕົວ ທ້າວ ຄໍາພຸດ ອາຍຸ 21 ປີ ປະຊາຊົນ, ຢູ່ບ້ານດຽວກັນທີ່ກໍາລັງເຂົ້າໄປຕິດຕໍ່ພົວພັນຊື້ຢາບ້າຜ່ານການກວດຄົ້ນຕົນຜູ້ກ່ຽວພົບເຫັນຂອງການຢາບ້າຈໍານວນ 13 ເມັດ, ໂທລະສັບ 1 ເຄື່ອງ ແລະໂມງໃສ່ແຂນ 1 ໜ່ວຍ ເຈົ້າໜ້າທີ່ຈຶ່ງໄດ້ຮີບໂຮມວັດຖຸຂອງກາງທີ່ກ່ຽວຂ້ອງກັບການກະທໍາຜິດພ້ອມດ້ວຍພວກກ່ຽວທັງສອງຄົນມາດໍາເນີນການສຶບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ.

---------

ຂຽນໂດຍສາຄອນ ໄຊສົມຮັກສາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ