3 ເດືອນທ້າຍປີ ເມືອງຄອບ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 2,23 ຕື້ກີບ

  ພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດແຜນງົບປະມານປະ ຈໍາປີ 2019 ໂດຍຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານການເງິນທົ່ວແຂວງໄຊຍະບູລີ ກ່ຽວກັບມາດຕະການໃນການປະຕິບັດແຜນສູ້ຊົນເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍປະຈໍາປີ, ໂດຍໄດ້ສ້າງແຜນການຈັດຕັ້ງປະຕິບັດແຜນງົບປະມານເປັນແຕ່ລະໄລຍະ ແລະໄດ້ວາງໄວ້ອີກ 3 ເດືອນທ້າຍປີ 2019 ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ອີກ 2,23 ຕື້ກີບ, ຂະນະທີ່ 9 ເດືອນຜ່ານມາສາມາດເກັບລາຍຮັບໄດ້ 5,89 ຕື້ກີບ ເທົ່າກັບ 67,74% ຂອງແຜນການປີ.

 ທ່ານ ສູນທອນ ວົງໄພໂລດ ຫົວໜ້າຫ້ອງການ-ການເງິນເມືອງຄອບ ແຂວງໄຊຍະບູລີໃຫ້ຮູ້ວ່າ: ອີກ 3 ເດືອນທ້າຍປີ 2019 ເມືອງຄອບຈະສູ້ຊົນເກັບລາຍຮັບໃຫ້ໄດ້ 2,23 ຕື້ກີບ ໃນນັ້ນລວມຍອດລາຍຮັບ ພາຍໃນໃຫ້ໄດ້ 525,6 ລ້ານກີບ, ສ່ວຍສາອາກອນ510,6 ລ້ານ ກີບ, ຊັບສິນ 15 ລ້ານກີບ, ລາຍຮັບ ດຸ່ນດ່ຽງຈາກແຂວງ 1,7 ຕື້ກີບ, ພ້ອມດຽວກັນກໍ່ຈະສູ້ຊົນເບີກຈ່າຍ ເງິນເດືອນ, ເງິນບໍລິຫານ, ເງິນ ດັດສົມ ແລະອື່ນໆໃຫ້ສໍາເລັດຕາມ ຕົວເລກອະນຸມັດໃນສົກງົບປະມານ 2019 ແລະເພື່ອສູ້ຊົນເກັບລາຍ ຮັບເຂົ້າງົບປະມານໃຫ້ບັນລຸຕາມ ລະດັບຄາດໝາຍທີ່ວາງໄວ້ນັ້ນ ທາງຫ້ອງການ-ການເງິນແມ່ນຈະ ສືບຕໍ່ເອົາການສຶກສາອົບຮົມວຽກ ງານແນວຄິດໃຫ້ພະນັກງານລັດຖະກອນເປັນຫຼັກເພື່ອໃຫ້ມີແນວຄິດຫຼັກໝັ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ມີຄຸນທາດການເມືອງໜັກແໜ້ນ ແລະມີຄວາມໂປ່ງໃສຕໍ່ໜ້າທີ່ວຽກງານ.

 ທ່ານ ສູນທອນ ວົງໄພໂລດ ຍັງໃຫ້ຮູ້ຕື່ມອີກວ່າ: ໄລຍະ 9 ເດືອນຜ່ານມາແມ່ນໄດ້ສຸມໃສ່ຈັດເກັບ ລາຍຮັບຢູ່ຂັ້ນບ້ານໃນທົ່ວເມືອງ ໄດ້ສໍາເລັດ, ຄຸ້ມຄອງສິນຄ້າກະ ສິກໍາສົ່ງອອກພາຍໃນແຂວງ ແລະ ຕ່າງປະເທດ, ຄຸ້ມຄອງເກັບຄ່າຊັບ ພະຍາກອນ ໂດຍສະເພາະແມ່ນ ການຂຸດຄົ້ນຫີນຜາເພື່ອສົ່ງອອກ, ຄ່າຈົດທະບຽນເອກະສານ, ຄ່າ ເຊົ່າອາຄານ, ຊຸກຍູ້ກວດກາໄລ່ລຽງ ລາຍຮັບບໍລິຫານວິຊາການຂອງ ບັນດາຫ້ອງການທີ່ມີລາຍຮັບ, ຜ່ານການຈັດຕັ້ງປະຕິບັດ 9 ເດືອນ ສາມາດຈັດເກັບລາຍຮັບໄດ້ທັງໝົດ 5,89 ຕື້ກີບ ເທົ່າກັບ 67,74% ຂອງແຜນການປີ ໃນ ນີ້ລວມຍອດລາຍຮັບພາຍໃນ 2,18 ຕື້ກີບ ເທົ່າກັບ 66,52%, ລາຍຮັບສ່ວຍສາອາກອນ 1,86 ຕື້ກີບ, ເທົ່າກັບ 62,41%, ລາຍ ຮັບຊັບສິນ 322,44 ລ້ານກີບ ເທົ່າກັບ 107,48% ແລະຮັບ ດຸ່ນດ່ຽງຈາກແຂວງ 3,70 ຕື້ກີບ ເທົ່າກັບ 68,49% ແລະ ໄດ້ສຸມໃສ່ ແກ້ໄຂເງິນເດືອນເປັນບຸລິມະສິດ ທີໜຶ່ງ, ເງິນບໍລິຫານ, ເງິນນໍ້າມັນ ແລະເງິນອື່ນໆແມ່ນຖືກຕ້ອງຕາມລະບຽບກົດໝາຍງົບປະມານ.

---------------

ໂດຍອຸ່ນເຮືອນ ໂພທິລັກ