ໂຮງຮຽນຊົນເຜົ່າສາລະວັນ ຂຸ້ນຂ້ຽວຟື້້ນຟູ ພາຍຫຼັງນໍ້າຖ້ວມ

  ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນກໍ່ເປັນໂຮງຮຽນແຫ່ງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເຮັດໃຫ້ເກີດມີຜົນເສຍຫາຍຫຼາຍຢ່າງຕໍ່ລະບົບການຮຽນ-ການສອນເຊັ່ນ:ວັດຖຸອຸປະກອນຫຼາຍຢ່າງເສຍຫາຍ ເຊັ່ນ: ໂຕະຕັ່ງ, ປຶ້ມຕຳລາຮຽນ,ເອກະສານທີ່ສຳຄັນຕ່າງໆ ແລະສະພາບແວດລ້ອມຂອງໂຮງຮຽນ ແມ່ນຂີ້ຕົມຕົກຄ້າງ.

ທ່ານ ສັງທອງ ອາດວິໄລຮັກສາການຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນໃຫ້ສຳພາດວ່າ: ໄລຍະທີ່ຝົນຕົກແຮງ,ທາງໂຮງຮຽນແມ່ນໄດ້ເປີດການຮຽນ-ການສອນເປັນປົກກະຕິແຕ່ມາໃນວັນທີ 3 ກັນຍານີ້ສະພາບນໍ້າໄດ້ເລີ່ມໄຫຼເຂົ້າສູ່ໂຮງຮຽນຈຳນວນໜຶ່ງຈຶ່ງໄດ້ປິດການຮຽນ ແລະເກັບມ້ຽນສິ່ງຂອງຕ່າງໆ,ຕໍ່ກັບສະພາບນໍ້າຖ້ວມຄັ້ງນີ້ທີ່ບໍ່ເຄີຍມີມາກ່ອນ ແລະເປັນຄັ້ງຮຸນແຮງເຮັດໃຫ້ໂຮງຮຽນໄດ້ຮັບຜົນກະທົບຫຼາຍສົມຄວນ ໂດຍສະເພາະມີຫ້ອງການຄູ, ໂຮງອາຫານ

,ສະໂມສອນ ແລະໂຮງງານນໍ້າດື່ມໄດ້ຮັບຜົນເສຍຫາຍ ແລະປະເພດເອກະສານຕ່າງໆ,ປຶ້ມຕຳລາຮຽນ, ເຄື່ອງປັບອາກາດ,ຄອມພິວເຕີ 4 ເຄື່ອງ,ໂຕະຕັ່ງກໍ່ຖືກນໍ້າຊຸໄຫຼ,ກອບກູ້ໄດ້ຈຳນວນໜຶ່ງສູນເສຍພຽງແຕ່ 10%, ຊຶ່ງປະເມີນມູນຄ່າເສຍຫາຍທັງໝົດ 30 ລ້ານກວ່າກີບ,ພາຍຫຼັງ ທີ່ນໍ້າໄດ້ບົກແຫ້ງລົງກໍ່ໄດ້ນໍາກໍາລັງຄູ-ອາຈານ,ນັກຮຽນຊ່ວຍກັນແກ້ໄຂໃນເບື້ອງຕົ້ນເຊັ່ນ:ເກັບມ້ຽນວັດຖຸສິ່ງຂອງຕ່າໆ ແລະ ແກ້ໄຂຈັດຫານໍ້າດື່ມ,ອາຫານ,ເຂົ້າໃຫ້ນັກຮຽນພາຍໃນໂຮງຮຽນໄດ້ຈຳນວນໜຶ່ງ.

ທ່ານ ສັງທອງ ອາດວິໄລ ຍັງໄດ້ຮຽກຮ້ອງໃຫ້ຄະນະກຳມະການຄວບຄຸມໄພພິບັດຂັ້ນແຂວງ ລົງຕິດຕາມ,ກວດກາສະພາບນໍ້າຖ້ວມໃນໂຮງຮຽນເພື່ອແກ້ໄຂບັນຫາສິ່ງແວດລ້ອມໂດຍສະເພາະແມ່ນຕົມທີ່ເປີເປື້ອນ ແລະບໍ່ສາມາດແກ້ໄຂເອງໄດ້ຕະຫຼອດຮອດອາຄານສະຖານທີ່ຕ່າງໆ ເພື່ອບໍ່ໃຫ້ມຜົນກະທົບມາຕາມຫຼັງຕໍ່ນັກຮຽນແລະຕ້ອງການເປີດການຮຽນ-ການສອນໃນໄວໆນີ້ພາຍຫຼັງໄດ້ ຟື້ນຟູຈາກໄພນໍ້າຖ້ວມຄັ້ງນີ້.

---------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ