ປະໂຫຍດຂອງໃບເຕີຍ ສຸດແສນຫຼາກຫຼາຍ

  ໃບເຕີຍນັບວ່າເປັນພືດສະໝຸນໄພອີກຊະນິດໜຶ່ງທີ່ອາດມີຫຼາຍຄົນເຄີຍໄດ້ຍິນ ຫຼື ເຄີຍໃຊ້ມາແລ້ວໂດຍສະເພາະກັບຄົນປ່ວຍທີ່ເປັນໂລກເສັ້ນເລືອດຝອຍຕິດເຊື້ອ ຫຼື ມີສານພິດເຈືອປົນຢູ່ເປັນຈຳນວນຫຼາຍໜ້ອຍແຕກຕ່າງກັນໄປເພາະໃນໃບເຕີຍຈະປະກອບດ້ວຍສັບພະຄຸນຫຼາຍຢ່າງເຊັ່ນ:ໃບຊ່ວຍບຳລຸງຫົວໃຈ,ດັບພິດໄຂ້ ແລະຊູກຳລັງ,ສ່ວນຮາກ ແລະຕົ້ນຊ່ວຍຂັບປັດສະວະ ແລະແກ້ໄຂ່ຫຼັງໄຕພິການ,ແກ້ໄຂ້ທີ່ມີພິດຮ້ອນ, ພິດຕານຊາງ ແລະແກ້ຮ້ອນໃນກະຫາຍນໍ້າແຕ່ເຊື່ອກັນວ່າເມື່ອນຳສິ່ງນີ້ມາໃຊ້ຈະຊ່ວຍລ້າງສານພິດໃນເສັ້ນເລືອດຝອຍໄດ້ເປັນຢ່າງດີ.

ວິທີເຮັດ: ນໍາເອົາໃບເຕີຍພໍປະມານທີ່ເໝາະສົມລ້າງໃຫ້ສະອາດຫຼັງຈາກນັ້ນນໍາເອົາໃບເຕີຍມາບິດຍ່ອງໃຫ້ຊໍ້າແລ້ວໃຊ້ມີດຕັດ ຫຼື ມີດຊອຍຈາກນັ້ນກໍຖອກນໍ້າສະອາດລົງໃຫ້ຖ້ວມໃບເຕີຍລົງໄປແລ້ວ ກໍຕົ້ມຈົນຟົດ (ໂດຍສູດນີ້ແມ່ນຫ້າມນຳເອົານໍ້າຕານໃສ່ເດັດຂາດ),ຈາກນັ້ນກໍໃຊ້ໄຟກາງຂ້ຽວປະມານ 30 ນາທີ,ຊຶ່ງສາມາດດື່ມໄດ້ທັງຮ້ອນ ແລະເຢັນ,ໂດຍການດື່ມນັ້ນໃຫ້ດື່ມຢ່າງຕໍ່ເນື່ອງຈົນກວ່າຈະຮູ້ສຶກວ່າຕົນຕົວເບົາໂລ່ງສະບາຍ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ