ຫວຽດນາມ ເປີດໂຊລາຟາມ ໃຫຍ່ທີ່ສຸດໃນອາຊຽນ

  ສສ ຫວຽດນາມ ເປີດໂຊລາຟາມພະລັງງານໄຟຟ້າແສງຕາເວັນ ທີ່ໃຫຍ່ທີ່ສຸດໃນພາກພື້ນອາຊຽນພ້ອມທັງຕັ້ງເປົ້າພາຍໃນປີ 2050 ພະລັງງານໄຟຟ້າຈາກແສງຕາເວັນຈະຕ້ອງມີອັດຕາສ່ວນ 20% ຂອງພະ ລັງງານພາຍໃນປະເທດ.

ຕາມຂ່າວຕ່າງປະເທດລາຍງານວ່າ ເຊົາຕຽງ ບໍລິສັດພະລັງງານແສງຕາເວັນທີ່ເປັນການຮ່ວມທຶນລະຫວ່າງບໍລິສັດກໍ່ສ້າງຂອງຫວຽດນາມຊັນເກົາ ແລະບໍລິສັດບີກຣີມຂອງໄທເປີດໂຕຟາມພະລັງງານແສງຕາເວັນ ໃນເມືອງທັນເຊົາ ແຂວງເຕນິງ ທີ່ຕັ້ງຢູ່ພາກໃຕ້ຂອງຫວຽດນາມ ໂດຍຟາມ ດັ່ງກ່າວຈະມີຂະໜາດໃຫຍ່ທີ່ສຸດໃນອາຊຽນ ໂດຍມີພື້ນທີ່ຫຼາຍກວ່າ 540 ເຮັກຕາ ດ້ວຍເງິນລົງທຶນຫຼາຍກວ່າ 391 ລ້ານໂດລາສະຫະລັດ,ທັງນີ້ ໂຊລາຟາມດັ່ງກ່າວຈະຕັ້ງຢູ່ແຄມທະເລສາບເຊົາຕຽງຊຶ່ງເປັນທະເລສາບ ທີ່ໃຫຍ່ທີ່ສຸດຂອງຫວຽດນາມ, ຄາດວ່າໂຊລາຟາມດັ່ງກ່າວຈະສາມາດ ຜະລິດກະແສໄຟຟ້າໄດ້ປະມານ 688 ລ້ານກິໂລວັດຕໍ່ປີ ຊຶ່ງທຽບເທົ່າກັບ ການໃຊ້ໄຟພາຍໃນຄົວເຮືອນຂອງປະຊາຊົນເກືອບ 320.000 ຄອບຄົວ ໂດຍກະແສໄຟຟ້າທີ່ຜະລິດໃນຟາມແຫ່ງນີ້ ຄາດວ່າຈະຖືກນໍາໄປໃຊ້ແຈກຈ່າຍພາຍໃນແຂວງເຕນິງ ແລະສົ່ງໄປຍັງແຂວງອື່ນໆໃນພາກໃຕ້ຂອງ ຫວຽດນາມ, ການເປີດຟາມແຫ່ງນີ້ຈະເຮັດໃຫ້ແຂວງເຕນິງເປັນໜຶ່ງໃນ ເມືອງທີ່ໃຊ້ພະລັງງານແສງຕາເວັນ.

ລາຍງານຂອງລັດຖະບານຫວຽດນາມລະບຸວ່າ ແຂວງເຕນິງເປັນໜຶ່ງ ໃນແຂວງທີ່ມີສັກກະຍະພາບໃນດ້ານການໃຊ້ພະລັງງານໝູນວຽນປະຈຸບັນມີໂຄງການພະລັງງານແສງຕາເວັນ 10 ໂຄງການຄາດວ່າຈະຜະລິດ ໄຟຟ້າໄດ້ເຖິງ 808 ເມກະວັດຕໍ່ປີປະຈຸບັນມີການເປີດຜະລິດໄຟຟ້າໄປ ແລ້ວທັງໝົດ 9 ໂຄງການ ຜະລິດກະແສໄຟຟ້າໄດ້ 688 ເມກະວັດຕໍ່ປີ, ຄາດວ່າພາຍໃນປີ 2030 ຫວຽດນາມຈະມີພະລັງງານໄຟຟ້າແສງຕາເວັນເຖິງ 3,3% ຂອງການໃຊ້ພະລັງງານທັງໝົດ ແລະ20% ພາຍໃນປີ 2050.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ