ຈີນປ່ອຍຊີ້ນໝູສຳຮອງແຊ່ແຂງອອກສູ່ຕະຫຼາດ

  ສືບເນື່ອງມາຈາກການລະບາດຂອງພະຍາດອະຫິວາອາຟຣິກາໃນໝູ ເຮັດໃຫ້ຊີ້ນໝູໃນ ສປ ຈີນ ຂາດແຄນຈົນລາຄາເພີ່ມສູງຂຶ້ນ ເກືອບທົບເຄິ່ງຈົນຕ້ອງໄດ້ປ່ອຍຊີ້ນໝູສຳຮອງທີ່ແຊ່ແຂງໄວ້ອອກສູ່ຕະຫຼາດແຕ່ນັກວິເຄາະຊີ້ວ່າຍັງ ບໍ່ພຽງພໍຕໍ່ຄວາມຕ້ອງການ.

ຕາມຂ່າວຕ່າງປະເທດລາຍ ງານວ່າລັດຖະບານຈີນປະກາດໃນໄລຍະທ້າຍເດືອນສິງຫາທີ່ຜ່ານມາວ່າຈະປ່ອຍຊີ້ນໝູແຊ່ແຂງທີ່ສຳຮອງໄວ້ອອກສູ່ຕະຫຼາດຊຶ່ງໃນ ບາງທ້ອງຖິ່ນໄດ້ເລີ່ມດໍາເນີນໄປກ່ອນແລ້ວ,ຕາມການລາຍງານລະບຸວ່າມົນທົນກວາງຕຸ້ງຈະປ່ອຍຊີ້ນໝູສຳຮອງຕື່ມອີກ 3.150 ໂຕນໃນໄລຍະວັນໄຫວ້ພະຈັນ ຫຼັງຈາກຕົ້ນປີນີ້ຈຳນວນໝູທີ່ລ້ຽງໃນມົນທົນກວາງຕຸ້ງຫຼຸດລົງຈາກປີທີ່ ຜ່ານມາເຖິງ 34%,ການສຳຮອງຊີ້ນໝູນັ້ນເປັນມາດຕະການຊຶ່ງເລີ່ມຂຶ້ນໃນປີ 1996 ເພື່ອຊ່ວຍຮັກສາສະຖຽນລະພາບຂອງລາຄາອາຫານໃນໄລຍະວິກິດ ໂດຍລັດຖະບານ ແລະທ້ອງຖິ່ນຕ່າງກໍມີຊີ້ນໝູສຳຮອງໄວ້ໃຊ້ໃນຍາມຂາດ ແຄນ, ທ່ານເຫຼຍຍີນັກວິເຄາະຈາກໄຊນາເມີແຊນຊີຄຽວຣີຕີ ບໍລິ ສັດຫຼັກຊັບລະບຸວ່າໃນປະຈຸບັນຈີນມີຊີ້ນໝູສຳຮອງແຊ່ແຂງທັງໝົດປະມານ 990.000 ໂຕນຊຶ່ງຈຳນວນດັ່ງກ່າວບໍ່ພຽງພໍຕໍ່ຄວາມຕ້ອງການຊີ້ນໝູທີ່ຂາດໄປ 10 ລ້ານໂຕນໄດ້.

ຕາມການລາຍງານລະບຸວ່າລາຄາຊີ້ນໝູໃນຈີນເດືອນສິງຫາທີ່ຜ່ານມາເພີ່ມສູງເຖິງ 46,7% ຈົນຈຸລະດັບ 30-33 ຢວນຕໍ່ກິໂລກຣາມເມື່ອທຽບກັບໄລຍະເວລາດຽວກັນຂອງປີກ່ອນແລະລາຄາທີ່ສູງຂຶ້ນຂອງຊີ້ນໝູກະທົບຕໍ່ລາຄາຊີ້ນສັດອື່ນໆເຊັ່ນ:ຊີ້ນງົວ,ຊີ້ນແກະແລະຊີ້ນໄກ່ກໍເພີ່ມສູງຂຶ້ນເຊັ່ນກັນຢູ່ທີ່ 11,6-12,5%.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ