ເມືອງໜອງບົກ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ 41 ບ້ານ

  ຕາມຂໍ້ມູນຂອງຄະນະກໍາມະການປ້ອງກັນ ແລະຄວບຄຸມໄພພິ ບັດເມືອງໜອງບົກໃຫ້ຮູ້ວ່າ: ເມືອງໜອງບົກແມ່ນເປັນເມືອງໜຶ່ງໃນຈໍານວນ 6 ເມືອງຂອງແຂວງຄຳມ່ວນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າ ຖ້ວມ ຊຶ່ງທົ່ວເມືອງປະກອບມີ 55 ບ້ານ , ມີພົນລະເມືອງ 52.927 ຄົນ , ຍິງ 26.965 ຄົນ , ມີ 10.170 ຫຼັງຄາ, ມີ 8.997 ຄອບຄົວ, ມີເນື້ອ ທີ່ນາທັງໝົດ 15.650 ເຮັກຕາ, ເນື້ອທີ່ປູກພືດ 594 ເຮັກຕາ;  ແຕ່ຍ້ອນພາຍຸໂພດູພັດຜ່ານປະເທດລາວເຮັດໃຫ້ລະດັບນໍ້າເຊບັ້ງໄຟຢູ່ຈຸດສອກເບາະ ເມືອງໜອງບົກໃນວັນທີ 6 ກັນຍາ 2019 ວັດແທກໄດ້  15,15 ແມັດ, ເພີ່ມຂຶ້ນ 0,13 ແມັດ (ເຂດເຕືອນໄພ 14 ແມັດ) ໄດ້ຍູ້ໄຫຼເຂົ້າຕາມສາຍ ຫ້ວຍຕ່າງໆທີ່ບໍ່ມີປະຕູນໍ້າເຊັ່ນ: ຫ້ວຍສາຍພາຍ,ຮ່ອງໜອງອີ່ງ່າມຫ້ວຍສອກເບາະ, ຮ່ອງແກ, ຮ່ອງຜັກບົ້ງ.

 ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນພ້ອມກັບມີນໍ້າເຊບັ້ງໄຟເຮັດໃຫ້ ນໍ້າໄຫຼເຂົ້າຖ້ວມພື້ນທີ່ບ້ານເຮືອນຂອງປະຊາຊົນແລ້ວຈໍານວນ 6 ບ້ານຄື: ສອງເໝືອງເໜືອ, ສອງເໝືອງໃຕ້, ນໍ້າພຸ, ສອກເບາະ, ນາໃຕ້ ແລະຜັກອີຕູ, ມີ 138 ຫຼັງຄາ, ມີ 133 ຄອບຄົວ, ຈໍານວນຄົນ 575 ຄົນ, ຍິງ 284 ຄົນ ໃນນັ້ນມີເຫຼົ້າເຂົ້າ 67 ຫຼັງ, ວັດ 4 ແຫ່ງ,  ດ້ານພື້ນຖານໂຄງລ່າງເສັ້ນທາງ ຖືກນໍ້າຖ້ວມແລ້ວຈໍານວນ 9 ເສັ້ນ, ມີ 14 ຈຸດ, ມີຄວາມຍາວທັງໝົດ 7.910 ແມັດ, ສໍາລັບຂົວນໍ້າຖ້ວມມີ 4 ຈຸດ, ຈາກອິດທິພົນຂອງພາຍຸໂພ ດູໃນວັນທີ 29–30 ສິງຫາ 2019 ເຮັດໃຫ້ມີຜົນກະທົບທາງດ້ານວັດຖຸສິ່ງຂອງເປັນຕົ້ນແມ່ນເຮືອນຂອງປະຊາຊົນຈໍານວນ 3 ບ້ານ, ມີ 28 ຫຼັງຄາເຮືອນ, ມີ 28 ຄອບຄົວ, ຕົ້ນໄມ້ລົ້ມທັບສາຍໄຟຟ້າເຮັດໃຫ້ມີຜົນເສຍ ຫາຍຈໍານວນໜຶ່ງເຮັດໃຫ້ເສົາໄຟຟ້າຫັກ, ສາຍໄຟຂາດ, ຂົງເຂດກະສິກໍາປະ ຈຸບັນລະດັບນໍ້າເຊບັ້ງໄຟໄດ້ເພີ້ມຂຶ້ນຢ່າງໄວວາ  ແລະຍື່ງສູງຂຶ້ນເລື້ອຍໆ ເຮັດໃຫ້ເມືອງໜອງບົກໄດ້ຮັບຜົນກະທົບເກີດມີສະພາບນໍ້າຖ້ວມນາ ແລະ ນາຫວ່ານ ຈໍານວນ 41 ບ້ານ,  ມີ 2.286  ຄອບຄົວ,  ເນື້ອທີ່ນາທີ່ຖືກຖ້ວມ  3.377 ເຮັກຕາ ໃນນັ້ນມີນາໃຫຍ່ຂອງບໍລິສັດຈັນທະວົງ 100 ເຮັກຕາ ແລະລະບົບຊົນລະປະທານຖືກຜົນກະທົບ 1 ແຫ່ງຄື: ບ້ານນາໃຕ້, ພ້ອມນີ້ ຍັງມີສັດລ້ຽງ ປະເພດຄວາຍ, ງົວ, ໝູ, ແບ້ ແລະສັດປີກຈຳນວນບໍ່ໜ້ອຍໄດ້ຮັບຜົນກະທົບ.

  ຂົງເຂດສຶກສາປະຈຸບັນນໍ້າໄດ້ໄຫຼເຂົ້າຖ້ວມພື້ນທີ່ ແລະເດີ່ນໂຮງຮຽນ ຈໍານວນ 3 ແຫ່ , ມີໂຮງຮຽນມູນລະປະຖົມສອກເບາະ, ປະຖົມສົມບູນນາ ໃຕ້ ແລະໂຮງຮຽນມູນລະປະຖົມຫາດຊາຍຟອງ ແລະຍັງມີລົມພະຍຸພັດ ໂຮງຮຽນມີຈໍານວນ 2 ແຫ່ງ, ມີນັກຮຽນ ຈໍານວນ 11 ບ້ານ ບໍ່ສາມາດ ເຂົ້າໂຮງຮຽນໄດ້ ແລະໄດ້ຢຸດຊົ່ວຄາວມີ 6 ແຫ່ງ; ສ່ວນຂົງເຂດສາທາ ລະນະສຸກນໍ້າເຂົ້າຖ້ວມນໍ້າສ້າງບາດານຈໍານວນ 103 ໜ່ວຍ(ສາມາດ ໃຊ້ໄດ້ຢູ່ບາງໜ່ວຍເທົ່ານັ້ນ) ແລະຖ້ວມຫວິດຖ່າຍແລ້ວຈໍານວນ 120 ໜ່ວຍ  (ບໍ່ສາມາດໃຊ້ໄດ້ຈໍານວນໜຶ່ງ).

  ຕໍ່ກັບສະພາບການດັ່ງກ່າວທາງຄະນະກໍາມະການປ້ອງກັນ ແລະຄວບ ຄຸມໄພພິບັດເມືອງໄດ້ມີການປະສານສົມທົບກັບທຸກພາກສ່ວນແລະແບ່ງ ກັນປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຕິດຕາມສະພາບການປ່ຽນແປງ ຂອງລະດັບນໍ້າເຊບັ້ງໄຟໂດຍສະເພາະແມ່ນຈຸດບ້ານສອກເບາະ ແລະໄດ້ ປະສານສົມທົບກັບຄະນະພັກທີ່ລົງໄປຊີ້ນໍາກຸ່ມບ້ານເພື່ອຕິດຕາມສະພາບພ້ອມທັງອອກແຈ້ງການລົງຫາບ້ານໃນທົ່ວເມືອງເພື່ອເກັບມ້ຽນສິ່ງຂອງ ໄວ້ບ່ອນປອດໄພ ແລະເຝົ້າລະວັງສະພາບໄພພິບັດທີ່ອາດຈະເກີດຂຶ້ນຕະ ຫຼອດ 24 ຊົ່ວໂມງ ແລະໄດ້ກະກຽມກອງກໍາລັງກູ້ໄພຈໍານວນ 6 ຈຸດ ສໍາ ລັບການເຄື່ອນຍ້າຍ, ຄົ້ນຫາ ແລະກູ້ໄພໃນຈຸດທີ່ມີຄວາມສ່ຽ.

-------

ໂດຍແດງສະຫວັດ