ເມືອງສັງທອງ ຈະສູ້ຊົນຍອດ ຜະລິດຕະພັນພາຍໃນໃຫ້ໄດ້ 500 ຕື້ກວ່າກີບ

  ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ຕັ້ງຄາດໝາຍສູ້ຊົນລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 574,08 ຕື້ກີບໃນປີ 2020 ສະເລ່ຍລາຍໄດ້ 16,58 ລ້ານກີບຕໍ່ຄົນຕໍ່ປີ, ສ່ວນແຜນການເກັບລາຍຮັບປີ 2019 ນີ້ແມ່ນ 7,5 ຕື້ກີບ ປະຕິບັດ 7 ເດືອນຜ່ານມາໄດ້ 4,4 ຕື້ກີບ ທຽບໃສ່ແຜນການປີເທົ່າກັບ 58,76%.

 ອີງຕາມບົດລາຍງານກອງປະຊຸມຊຸກຍູ້ຂະບວນແຂ່ງຂັນຮັກຊາດ ແລະພັດທະນາຂອງນັກທຸລະກິດເຂົ້າຢູ່ເມືອງສັງທອງນະຄອນຫຼວງວຽງຈັນ ທີ່ຈັດຂຶ້ນໃນເດືອນສິງຫາຜ່ານມາໃຫ້ຮູ້ວ່າ: ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກເມືອງສັງທອງຄາດໝາຍສູ້ຊົນ ໃນປີ 2020 ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 574,08 ຕື້ກີບ ສະເລ່ຍລາຍໄດ້ 16,58 ລ້ານກີບຕໍ່ຄົນຕໍ່ປີ,ສະເພາະປີ 2018 ປະຕິບັດລາຍຮັບໄດ້ 6,8 ຕື້ກີບລື່ນແຜນການ 20,27%, ສ່ວນປີ 2019 ແມ່ນ 7,5 ຕື້ກີບ ຜ່ານການຈັດຕັ້ງປະຕິບັດ 7 ເດືອນ ຜ່ານມາໄດ້ 4,4 ຕື້ກີບ ທຽບໃສ່ແຜນການປີເທົ່າກັບ 58,76% ຊຶ່ງການຂຸດຄົ້ນແຫຼ່ງລາຍຮັບສ່ວນໃຫຍ່ມາຈາກການເກັບອາກອນ 3,7 ຕື້ກີບ ເທົ່າກັບ 58,22% ແລະຊັບສິນ 680 ລ້ານກີບ ເທົ່າ ກັບ61,91%; ນອກນີ້ຍັງໄດ້ເອົາໃຈໃສ່ແກ້ໄຂປາກົດ ການຫຍໍ້ທໍ້ຕາມທິດ 3 ຫຼຸດ 3 ເພີ່ມ ແລະ 3 ຂະບວນການເຮັດໃຫ້ບັນຫາຢາເສບຕິດມີທ່າອ່ຽງຫຼຸດລົງອຸບັດເຫດອັກຄີໄພມີໜ້ອຍຮັກສາໄດ້ຄວາມສະຫງົບທົ່ວສັງຄົມເນື່ອງຈາກໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານກັບທີ່ ແລະປະຈຳບ້ານເພື່ອຊີ້ນຳໆພາບ້ານແກ້ໄຂຕິດພັນກັບການພັດທະນາບ້ານໄປພ້ອມກັນໄດ້ສະແດງອອກການປັບປຸງປົວແປງພັກ ແລະກຳນົດແຜນພັດທະນາບ້ານໄປຕາມທິດນະໂຍບາຍຂອງເມືອງກຳນົດໄວ້.

  ສ່ວນການພັດທະນາເມືອງສັງທອງໄດ້ສຸມໃສ່ 3 ເຂດຄື: ເຂດນໍ້າຕອນລຽບພູພະນັງກຳນົດເປັນເຂດກະສິກຳຕິດພັນກັບການທ່ອງທ່ຽວທາງປະຫວັດສາດຊຶ່ງໄດ້ຊຸກ ຍູ້ສົ່ງເສີມປະຊາຊົນຈັດຕັ້ງເປັນກຸ່ມຜະລິດເຂົ້າອິນຊີພືດຜັກປອດສານພິດ ແລະຫັດຖະກຳເຂດທາງເລກທີ 11 ລຽບຕາມແມ່ນໍ້າຂອງກຳນົດເປັນເຂດຜະລິດກະສິກຳ, ອຸດສາຫະກຳ ແລະ ການບໍລິການຕິດພັນກັບການສົ່ງເສີມການປູກເຂົ້າປູກພືດລົ້ມລຸກຂຸດຄົ້ນແຮ່ທາດໂຮງຈັກໂຮງງານຕ່າງໆ ແລະ ເຂດແຄມຕາມສາຍນໍ້າສັງກຳນົດເປັນເຂດກະສິກຳ ແລະການທ່ອງທ່ຽວດ້ານທຳມະຊາດໃນນີ້ໄດ້ສົ່ງເສີມການປູກເຂົ້າພືດຜັກໄມ້ໃຫ້ໝາກພືດອຸດສາຫະກຳໄມ້ອຸດສາຫະກຳລ້ຽງສັດເປັນຟາມ ແລະຊຸກ ຍູ້ສົ່ງເສີມການສ້າງຕັ້ງກຸ່ມຜະລິດຫັດຖະກຳໄມ້ປ່ອງ.

  ນອກຈາກນີ້ຍັງໄດ້ກຳນົດ 4 ຂົງເຂດວຽກງານ 112 ໂຄງການ ໃນນີ້ຂົງເຂດເສດຖະກິດ 53 ໂຄງການ, ວັດທະນະທຳສັງຄົມ 27 ໂຄງການ, ປ້ອງກັນຊາດປ້ອງ ກັນຄວາມສະຫງົບ 12 ໂຄງການ ແລະບໍລິຫານລັດ 21 ໂຄງການ, ປະຈຸບັນແມ່ນທ້າຍສະໄໝ ຂອງກອງປະຊຸມ ແລະເພື່ອດຶງດູດການລົງທຶນມາສູ່ເມືອງສັງທອງ ຕ້ອງສຸມໃສ່ຂົງເຂດເສດຖະກິດ ແລະຂົງເຂດວັດທະນະທຳສັງຄົມທີ່ນອນໃນ 3 ເຂດພັດທະນາຫຼັກ.

----------------

ໜັງສືພິມເສດຖະກິດ-ສັງຄົມ