ລາວ-ຈີນ ສະຫຼອງບຸນໄຫວ້ພະຈັນ

  ມະຫາວິທະຍາໄລແຫ່ງຊາດ ແລະວິທະຍຸແຫ່ງຊາດຮ່ວມກັບໂທລະພາບກວາງຊີ ແລະວິທະຍຸອ່າວເປີຍປູ້ກວາງຊີ ສປຈີນ ຈັດກິດຈະກຳມິດຕະພາບສະເຫຼີມສະຫຼອງບຸນໄຫວ້ພະຈັນປະຈຳ ປີ 2019 ພາຍໃຕ້ຫົວຂໍ້ອຸທິດຄວາມຮັກພາຍໃຕ້ດວງຈັນດຽວກັນຊຶ່ງຈັດຂຶ້ນວັນທີ 11 ກັນຍາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າ ຮ່ວມຂອງທ່ານ ນາງ ສົມຈັນ ບຸນພັນມີຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ສິນ ເສິນ ທີ່ປຶກສາສະຖານທູດ ສປ ຈີນ ປະຈຳລາວ, ມີຄູ-ອາຈານ, ນັກສຶກສາພ້ອມ ດ້ວຍແຂກຖືກເຊີນລາວ-ຈີນ ເຂົ້າຮ່ວມ.

 ກິດຈະກຳມິດຕະພາບສະເຫຼີມ ສະຫຼອງບຸນໄຫວ້ພະຈັນປະຈຳປີ 2019 ແມ່ນການເຕົ້າໂຮມຄວາມສາມັກຄີ ແລະສ້າງຄວາມຮັກແພງກັນລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ໃຫ້ມີຄວາມເລິກເຊິ່ງ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງສອງພັກສອງລັດໃຫ້ປາກົດຜົນເປັນຈິງໂດຍການຖືເອົາງານນີ້ເປັນເວທີເຜີຍແຜ່ວັດທະນະທຳ ແລະຄວາມຮູ້ທາງດ້ານວິຊາການໂດຍສະເພາະຄວາມຮູ້ທາງດ້ານເສດຖະກິດຂອງຈີນໃຫ້ຄູ-ອາຈານ, ນັກສຶກສາ ແລະ ປະຊາຊົນສອງຊາດໃຫ້ມີຄວາມເຂົ້າໃຈເຊິ່ງກັນ ແລະກັນດີຂຶ້ນກວ່າເກົ່າກິດຈະກຳດັ່ງກ່າວຍັງໄດ້ເພີ່ມທະວີຄວາມເຂົ້າໃຈທີ່ມີຕໍ່ບຸນປະເພນີທີ່ເປັນມູນເຊື້ອ ແລະວັດທະນະທຳຂອງກວາງຊີປະເທດຈີນ ແລະເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຊາດລາວ-ຈີນ.

  ໂອກາດດັ່ງກ່າວທ່ານ ນາງ ສົມຈັນ ບຸນພັນມີ ໄດ້ກ່າວຄວາມເປັນມາບຸນໄຫວ້ພະຈັນໂດຍຫຍໍ້ວ່າ: ໃນມື້ຂຶ້ນ 15 ຄໍ່າເດືອນ 8 (ປະຕິທິນຈີນ) ຂອງທຸກໆປີຈະເປັນບຸນໄຫວ້ພະຈັນ ຊຶ່ງປີນີ້ກົງ ກັບວັນທີ 13 ກັນຍາ ບຸນໄຫວ້ພະ ຈັນເປັນໜຶ່ງໃນ 4 ບຸນປະເພນີສໍາ ຄັນຂອງຈີນຄື: ບຸນກຸດຈີນ, ບຸນໄຫວ້ບັນພະບຸລຸດ, ບຸນຕ່ວນອູ ແລະ ບຸນໄຫວ້ພະຈັນ ເມື່ອເຖິງວັນບຸນ ໄຫວ້ພະຈັນປະຊາຊົນພາຍໃນ ສປ ຈີນ ແລະພີ່ນ້ອງເຊືື້ອຊາດຈີນທີ່ໄດ້ອາໄສຢູ່ປະເທດຕ່າງໆກໍໄດ້ມີ ການສະເຫຼີມສະຫຼອງຢ່າງມ່ວນຊື່ນໃນຄອບຄົວຂອງຕົນ ແລະສະຖານທີ່ສຳຄັນຕ່າງໆໂດຍການຊົມດວງຈັນ ແລະກິນເຂົ້າໜົມໄຫວ້ພະຈັນຊຶ່ງໝາຍເຖິງຄວາມສາມັກຄີປອງດອງ ແລະເປັນຄອບຄົວທີ່ມີຄວາມຮັກແພງເຊິ່ງກັນ ແລະກັນຢ່າງເຕັມໃຈ.

------------

ໜັງສືພິມເສດຖະກິດ-ສັງຄົມ