ໂຮງຮຽນວັນວິໄລ ປະກອບສ່ວນຊ່ວຍຜູ້ປະສົບໄພ

  ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍເຫຼືອແກ່ຜູ້ປະ ສົບໄພພິບັດທາງທໍາມະຊາດ (ນໍ້າຖ້ວມ) ໃນລະຫວ່າງວັນທີ 3-4 ກັນຍາຜ່ານມາ,ສະນັ້ນມາໃນວັນ ທີ 11 ກັນຍາ 2019 ໂຮງຮຽນ ປະຖົມສົມບູນວັນວິໄລ ກໍໄດ້ນໍາ ເອົາເຂົ້າສານໜຽວຈໍານວນ 10 ສອບ ແລະນໍ້າດື່ມ 30 ແກັດ, ລວມມູນຄ່າ 4 ລ້ານກວ່າກີບ ມາມອບ ໃຫ້ຄະນະກຳມະການປ້ອງກັນ ແລະຄວບຄຸມໄພພິບັດທີ່ຫ້ອງວ່າ ການແຂວງເຊກອງ.

ໂດຍຕາງໜ້າມອບຂອງທ່ານ ນາງ ວັນວິໄລ ສີວິໄລ ຜູ້ບໍລິຫານ ໂຮງຮຽນປະຖົມວັນວິໄລ ແລະ ຕາງໜ້າຮັບຂອງທ່ານຄໍາສອນກອນເຍີ ຫົວໜ້າພະແນກແຮງ ງານ ແລະສະຫວັດດີການສັງຄົມ ແຂວງ, ຮອງປະທານຄະນະກຳມະການປ້ອງກັນ ແລະຄວບຄຸມໄພພິບັດແຂວງເຊກອງ,ພ້ອມຄະນະພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ຄຳສອນ ກອນເຍີກ່າວ ວ່າ: ຄືດັ່ງທີ່ຮູ້ນໍາກັນແລ້ວວ່າໃນລະຫວ່າງວັນທີ 30 ສິງຫາ ຫາວັນທີ 3 ກັນຍາ ຜ່ານມາ ໄດ້ມີພາຍຸພັດຜ່ານ,ພ້ອມທັງໄດ້ທໍາລາຍ ເຮືອນຊານບ້ານຊ່ອງ, ບ່ອນທໍາມາຫາກິນຂອງປະຊາຊົນ,ສະນັ້ນຈຶ່ງເຮັດໃຫ້ປະຊາຊົນຈໍານວນໜຶ່ງ ຢູ່ບັນດາເມືອງຕ່າງໆຂອງແຂວງ ເຊກອງຕ້ອງພົບກັບການຂາດແຄນ ທີ່ຢູ່ອາໄສ ແລະອາຫານການກິນ,ໃນນາມຄະນະຮັບຜິດຊອບກໍຄືພະແນກແຮງງານ ແລະສະຫວັດດີການສັງຄົມແຂວງຂໍສະແດງຄວາມຂອບໃຈມາຍັງໂຮງຮຽນປະຖົມວັນວິໄລທີ່ເຫັນຄວາມສໍາຄັນ ແລະຈໍາເປັນ ຈຶ່ງໄດ້ປະກອບສ່ວນຊ່ວຍ ເຫຼືອຜູ້ປະສົບໄພພິບັດຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າການຊ່ວຍເຫຼືອ ຂອງພວກທ່ານໃນເທື່ອນີ້, ທາງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງຈະນໍາ ໄປມອບຕໍ່ໃຫ້ກັບບັນດາຄອບຄົວຜູ້ປະສົບໄພເພື່ອເປັນການແບ່ງເບົາ ຄວາມທຸກ ແລະເປັນຂວັນກໍາລັງໃຈໃຫ້ແກ່ເຂົາເຈົ້າສູ້ຕໍ່ໄປໄດ້.

-------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ