ແຮຣີ່ ສະໄຕເຜີຍສາເຫດ ທີ່ບໍ່ຮັບບົດເຈົ້າຊາຍເອຣິກ

  ຫຼັງຈາກທີ່ຄ່າຍ Disney ໄດ້ວາງແຜນໂຄງການຮູບເງົາ ເລື່ອງ The Little Mermaid ສະບັບຄົນສະແດງເອົາໄວ້ເປັນໂຄງການຖັດໄປທີ່ກຳລັງຈະສ້າງ  ໂດຍໄດ້ເປີດເຜີຍຊື່ນັກສະແດງອອກມາເຊັ່ນຮັລເລ ເບລລີ ນັກຮ້ອງນັກສະແດງອາຍຸ 19 ປີ ແລະຮາເວີຍ ບາເດັມມາຮັບບົດ ສະແດງຣາຊາໄທທັນແຕ່ກໍຍັງ ບໍ່ມີການຢືນຢັນເພີ່ມຕື່ມ,ຊຶ່ງກະແສທີ່ມີຄົນເວົ້າເຖິງຫຼາຍທີ່ສຸດຄືນັກຮ້ອງໜຸ່ມ ແຮຣີ່ສະໄຕໃນບົດຂອງເຈົ້າຊາຍເອຣິກທີ່ເຮັດໃຫ້ ແຟນໆພາກັນເຊຍ.

 ຫຼ້າສຸດນັກຮ້ອງໜ້າຕາດີ ແຮຣີ່ສະໄຕ ເປີດເຜີຍສາເຫດໃນການ ຕັດສິນໃຈຫຼັງຈາກປະຕິເສດຮັບ ບົດສະແດງນໍາໃນຮູບເງົາເລື່ອງ The Little Mermaid ໂດຍລະ ບຸວ່າຂ້ອຍຢາກຈະປ່ອຍເພງ ແລະໃສ່ໃຈກັບມັນໄປອີກຈັກໜ່ອຍກ່ອນ.

ນັກຮ້ອງໜຸ່ມໜ້າຕາດີໄດ້ຄົນອັງກິດ ແຮຣີ່ສະໄຕ (HarryStyles) ອະດີດສະມາຊິກບອຍ ແບນຊື່ດັງ One direction ໄດ້ ເປີດໃຈກັບວາລະສານ The face ວ່າລາວຕ້ອງການທີ່ຈະເອົາໃຈໃສ່ກັບຜົນງານເພງ ຈຶ່ງປະຕິເສດບົດເຈົ້າຊາຍເອຣິກໃນຮູບເງົາເລື່ອງ The Little Mermaid ສະບັບຄົນສະແດງນີ້ໄປຢ່າງຊ່ວຍບໍ່ໄດ້ ແຕ່ກໍຍັງບອກວ່ານັກສະແດງແຕ່ລະຄົນທີ່ຈະມາຮ່ວມງານສະແດງໃນຮູບເງົາເລື່ອງນີ້ນັ້ນຊ່າງໜ້າມະ ຫັດສະຈັນ ແລະເຊື່ອວ່າຮູບເງົາເລື່ອງນີ້ຈະອອກມາດີ ແລະລາວ ເອງກໍຈະມີຄວາມສຸກກັບການເປັນຜູ້ຊົມແນ່ນອນ.

-----------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ