ຜິວງາມ ແລະຜິວດີຂຶ້ນໄດ້ດ້ວຍໝາກກ້ຽງ

  ໝາກກ້ຽງ ເປັນໜຶ່ງໃນພືດທີ່ມີຄຸນປະໂຫຍດຫຼວງຫຼາຍປະກອບໄປດ້ວຍສານອາຫານທີ່ ເຕັມໄປດ້ວຍຄຸນນະພາບ ແລະສ່ວນປະກອບໃນໝາກຂອງມັນກໍ ນຳມາໃຊ້ປະໂຫຍດໄດ້ຫຼວງຫຼາຍຢ່າງບໍ່ໜ້າເຊື່ອສຳລັບຄົນທີ່ມີບັນຫາຜິວໝາກກ້ຽງເປັນອີກທາງ ເລືອກໜຶ່ງໃນການແກ້ໄຂບັນຫານີ້ ໄດ້ເປັນຕົ້ນແມ່ນ:

  1. ຊ່ວຍໃຫ້ຮູຂຸມຂົນຫົດນ້ອຍ ລົງ: ໂດຍການເອົານໍ້າໝາກກ້ຽງ ສົດມາທາພອກໃຫ້ທົ່ວໃບໜ້າປະ ໄວ້ປະມານ 15 ນາທີ ຈຶ່ງລ້າງ ອອກ ໂດຍນໍ້າເຢັນ.
  2. ຊ່ວຍເຮັດໃຫ້ຜິວຂາວຂຶ້ນ: ນໍາເອົາເປືອກໝາກກ້ຽງສົດໆມາຜັດຖູລົງເທິງຜິວໜ້າປະມານ 15 ນາທີ ຈາກນັ້ນປິດຮູຂຸມຂົນດ້ວຍ ການລ້າງອອກໂດຍນໍ້າເຢັນ.
  3. ຊ່ວຍຂັດຜິວໄດ້ເປັນຢ່າງ ດີ: ໂດຍເອົາເປືອກໝາກກ້ຽງປະ ສົມກັບຂີ້ໝິ້ນຝຸ່ນ, ນໍ້າຕານ ແລະ ນໍ້າເຜີ້ງຈາກນັ້ນເອົາມາຂັດຖູຜິວຄ່ອຍໆແລ້ວລ້າງອອກພຽງເທົ່ານີ້ຜິວຂອງທ່ານກໍຈະສົດໃສຂຶ້ນ.
  4. ນໍ້າຕົ້ມເປືອກໝາກກ້ຽງໃຊ້ ເຊັດເຮັດຄວາມສະອາດຜິວໄດ້: ໂດຍໃຫ້ເອົາເປືອກໝາກກ້ຽງຕົ້ມລົງໃນນໍ້າຟົດໆປະໃຫ້ເຢັນແລ້ວເອົາສຳລີຈຸ່ມມາເຊັດຖູເຮັດຄວາມສະ ອາດຜິວໜ້າໄດ້ດີ.
  5. ກຳຈັດບັນຫາຜິວໝົ່ນໝອງ: ໃຫ້ເອົານໍ້າໝາກກ້ຽງໄປແຊ່ໃນຖ້ານແຊ່ແຂງໃຫ້ເປັນກ້ອນແລ້ວເອົາມາຖູໃບໜ້າທ່ານຈະຮູ້ສຶກສົດຊື່ນຂຶ້ນຫຼາຍທັງຍັງຊ່ວຍຫຼຸດອາ ການລະຄາຍເຄືອງຂອງຜິວ, ປິ່ນ ປົວສິວ ແລະຊ່ວຍໃຫ້ສີຜິວສະໝໍ່າສະເໝີກັນ.