ກູບາ ຂາດແຄນນໍ້າມັນເຊື້ອໄຟຢ່າງໜັກ

  ຜູ້ນໍາກູບາລະບຸໃນທ້າຍອາທິດທີ່ຜ່ານມາວ່າ ກູບາກຳລັງປະເຊີນກັບການຂາດແຄນນໍ້າມັນເຊື້ອໄຟ ຢ່າງໜັກພ້ອມທັງກ່າວໂທດວ່າວິກິດພະລັງງານເກີດ ຈາກມາດຕະການລົງໂທດຂອງອາເມລິກາ.

ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ມະເກລ ດິແອຊ ຄາເນລປະທານາທິບໍດີຂອງກູບາຖະແຫຼງເຕືອນປະຊາຊົນວ່າເວລານີ້ກູບາກຳລັງປະເຊີນກັບວິກິດພະລັງງານເນື່ອງຈາກຂາດແຄນນໍ້າມັນກາຊວນແຕ່ກໍຫວັງວ່າຈະບໍ່ເກີດໄຟຟ້າດັບໃນໄວໆນີ້ ຜູ້ນໍາກູບາກ່າວໂທດວ່າວິກິດພະລັງງານເກີດຈາກມາດຕະການລົງໂທດຂອງອາເມລິກາ ແລະເຕືອນໃຫ້ປະຊາຊົນກຽມພ້ອມຮັບມືກັບບັນຫາຂາດແຄນນໍ້າມັນເຊື້ອໄຟ ໂດຍສະເພາະຜົນກະທົບເລື່ອງການເດີນທາງແລະການຂົນສົ່ງທີ່ຕ້ອງເພິ່ງພານໍ້າມັນກາຊວນ.

ລັດຖະບານກູບາປະເຊີນກັບບັນຫາຂາດແຄນງົບປະມານມາຕັ້ງແຕ່ປີ 2015 ເຮັດໃຫ້ຕ້ອງໃຊ້ມາດຕະການຮັດສາຍແອວມາໂດຍຕະຫຼອດຫຼາຍປີທີ່ຜ່ານມາ ແຕ່ສະຖານະການຫຼ້າສຸດຮ້າຍແຮງລົງອີກເມື່ອຖືກລັດຖະບານອາເມລິກາລົງໂທດຮອບໃໝ່ເພື່ອກົດດັນໃຫ້ກູບາປະຕິຮູບການເມືອງ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ