ຟິລິບປິນເປີດໂຄງການຂີ້ເຫຍື້ອພະລາສະຕິກແລກເຂົ້າ

  ທ້າຍອາທິດທີ່ຜ່ານມາຟິລິບປິນເປີດໂຕໂຄງການຂີ້ເຫຍື້ອພະລາສະຕິກ 2 ກິໂລກຣາມ ແລກກັບເຂົ້າ 1 ກິໂລກຣາມ ໂດຍມີຈຸດປະສົງເພື່ອຊ່ວຍຮັກສາສິ່ງແວດລ້ອມ ແລະລ້ຽງຄົນທຸກຍາກ.

ຕາມຂ່າວຕ່າງປະເທດລາຍ ງານວ່າໝູ່ບ້ານບາຢານັນຢູ່ເຂດນອກນະຄອນຫຼວງມະນີລາ ເລີ່ມດຳເນີນໂຄງການຂີ້ເຫຍື້ອພະລາສະຕິກແລກເຂົ້າຕັ້ງແຕ່ເດືອນມິຖຸນາທີ່ຜ່ານມາ ໂດຍຜູ້ທີ່ລວບລວມຂີ້ເຫຍື້ອພະລາສະຕິກໄດ້ 2 ກິໂລ ກຣາມ ບໍ່ວ່າຈະເປັນຕຸກຫຼື ຖົງພະລາສະຕິກຈະສາມາດແລກເຂົ້າໄດ້ 1 ກິໂລກຣາມ ໂດຍຂີ້ເຫຍື້ອພະລາສະຕິກທີ່ລວບລວມມາໄດ້ຈະສົ່ງຕໍ່ໃຫ້ລັດຖະບານນຳໄປກຳຈັດ ຫຼື ຣີໄຊເຄິລ,ຊຶ່ງລາຄາເຂົ້າໃນ ຟິລິບປິນ 1ກິໂລກຣາມມີລາຄາປະມານ 30-40 ເປໂຊຖືວ່າແພງສຳລັບປະຊາຊົນທີ່ມີລາຍໄດ້ຕໍ່າກວ່າເສັ້ນແບ່ງຄວາມທຸກຍາກ ຫຼື ທີ່ລະດັບລາຍໄດ້ 241 ໂດລາສະຫະລັດຕໍ່ເດືອນ ແລະຂະນະນີ້ມີຜູ້ ສົນໃຈເຂົ້າຮ່ວມໂຄງການເລື້ອຍໆ.

ໃນເດືອນທີ່ຜ່ານມາສາມາດລວບລວມຂີ້ເຫຍື້ອພະລາສະຕິກໄດ້ 213 ກິໂລກຣາມເຖິງແມ່ນວ່າຈະບໍ່ຫຼາຍປານໃດແຕ່ກໍມີສ່ວນຊ່ວຍສອນປະຊາຊົນເລື່ອງການຖິ້ມຂີ້ ເຫຍື້ອຟິລິບປິນເປັນປະເທດທີ່ຖິ້ມຂີ້ເຫຍື້ອພະລາສະຕິກລົງສູ່ທະເລຫຼາຍທີ່ສຸດເປັນອັນດັບຕົ້ນໆຂອງໂລກເຖິງແມ່ນວ່າມີກົດໝາຍຂີ້ເຫຍື້ອແຕ່ການບັງຄັບໃຊ້ກໍບໍ່ໄດ້ ເຂັ້ມງວດ.

 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ