ສ່ວຍສາອາກອນ ຈະສຸມໃສ່ຫຼາຍບັນຫາເພື່ອເຮັດໃຫ້ລາຍຮັບບັນລຸແຜນ

   ໃນປີນີ້ກົມສ່ວຍສາອາກອນໄດ້ຮັບຕົວເລກແຜນການລາຍຮັບທັງໝົດຈໍານວນ 12.320 ຕື້ກັບ ທຽບໃສ່ປີ 2018 ເພີ່ມຂຶ້ນ 14% ໃນນັ້ນອາກອນປະເພດຕ່າງໆຈຳນວນ 9.419 ຕື້ກີບ, ຄ່າທໍານຽມຕ່າງໆ ແລະ ຄ່າບໍລິການວິຊາການ 712,31 ຕື້ກີບ, ລາຍຮັບວິຊາການ ແລະ ກອງທຶນຕ່າງໆ 1.972 ຕື້ກີບ, ລາຍຮັບຈາກທີ່ດິນ 15,09 ຕື້ກີບ.

    ສະນັ້ນເພື່ອຮັບປະກັນໃຫ້ບັນດາຄາດໝາຍແຜນລາຍຮັບດັ່ງກ່າວບັນລຸໄດ້ຕາມເປົ້າໝາຍທ່ານ ກົງຄຳ ສິດທິວໍລະດາ ຮອງຫົວໜ້າກົມສ່ວຍສາອາກອນກະ ຊວງການເງິນກ່າວຕໍ່ກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນປະຈໍາປີ 2018 ແລະທິດທາງແຜນການ 2019 ວ່າ: ກົມສ່ວຍສາອາກອນຈະຕ້ອງສຸມໃສ່ 13 ບັນ ຫາຄື: 1) ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງ, ເມືອງ ແລະ ນະຄອນຕ້ອງເອົາໃຈໃສ່ຂະຫຍາຍຖານລາຍຮັບດ້ວຍການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ, ຫັນບັນດາຫົວໜ່ວຍທຸລະກິດຂະໜາດກາງທີ່ເສຍອາກອນແບບມອບເໝົາໃຫ້ເຂົ້າສູ່ການຖືບັນຊີໃຫ້ໄດ້ຢ່າງນ້ອຍ 10%; 2) ສືບຕໍ່ສໍາຫຼວດຖານຫົວໜ່ວຍທຸລະກິດຕາມຄໍາສັ່ງນາຍົກລັດຖະມົນຕີສະບັບເລກທີ 40/ນຍ ໂດຍຂະຫຍາຍການເດີນສຳຫຼວດ ແລະ ຈັບຈຸດພິກັດບັນດາຫົວ ໜ່ວຍທຸລະກິດໄປອີກ 5 ເມືອງທີ່ຍັງເຫຼືອໃນນະຄອນຫຼວງ ແລະຂະຫຍາຍການເດີນສຳຫຼວດ ແລະຈັບຈຸດພິກັດໄປເຖິງບັນດາແຂວງທີ່ມີເງື່ອນໄຂ, ສ້າງລະບົບຂໍ້ມູນຖານລາຍຮັບຂອງແຕ່ລະຂັ້ນຄຸ້ມຄອງໃຫ້ທັນສະໄໝສາມາດເຊື່ອມໂຍງກັນໄດ້ໃນຂອບເຂດທົ່ວປະເທດໂດຍເລັ່ງໃສ່ໃຫ້ສຳເລັດ 9 ຕົວ ເມືອງໃນນະຄອນ ຫຼວງ; 3) ສຸມໃສ່ການກວດກາອາກອນກຳໄລຂອງບັນດາກຸ່ມບໍລິສັດທີ່ເຫັນວ່າມີການມອບອາກອນຫຼຸດລົງຖ້າທຽບໃສ່ການປະຕິບັດໃນປີຜ່ານມາ ແລະ ສືບຕໍ່ກວດກາໄລ່ລຽງບັນຊີປະຈຳປີແບບຄົບຊຸດຂອງບັນດາຫົວໜ່ວຍວິສາຫະກິດຂະໜາດກາງ ແລະຂະໜາດໃຫຍ່ຢູ່ກົມສ່ວຍສາອາກອນ, ນະຄອນຫຼວງ ແລະບັນ ດາແຂວງໃຫ່ຍ; 4) ສົມທົບກັບກົມພາສີອອກມາດຕະການໃນການຄຸ້ມຄອງການນຳເຂົ້າສິນຄ້າໂດຍສະເພາະບັນດາບໍລິສັດນໍາເຂົ້າສິນຄ້າປະເພດນໍ້າມັນເຊື້ອໄຟ, ເຫຼົ້າ-ເບຍ, ວາຍ, ສິນຄ້າອຸປະໂພກ-ບໍລິ ໂພກຕ່າງໆໂດຍຫັນເອົາບັນດາບໍລິສັດຂົນສົ່ງ (Shipping) ມາຂຶ້ນທະບຽນຢ່າງເປັນລະບົບທັງໝົດ ແລະ ມີ ການເຊື່ອມຕໍ່ຖານຂໍ້ມູນລະຫວ່າງກົມພາສີ ແລະກົມສ່ວຍສາອາກອນ; 5) ຈັດຕັ້ງປະຕິບັດການຊໍາລະພາສີທີ່ດິນຜ່ານລະບົບທະນາຄານຕາມຄຳແນະນຳເພີ່ມ ເຕີມສະບັບເລກທີ 3909/ກງ, ລົງວັນທີ 4 ທັນວາ 2018 ໃຫ້ມີປະສິດທິຜົນສູງ;

ສ່ວນບັນຫາທີ 6) ແມ່ນຈັດຕັ້ງປະຕິບັດແຜນງານໂຄງການ TaxRIS ຕາມແຜນກຳນົດ 5 ແຂວງ ແລະ 4 ເມືອງ ແລະສືບຕໍ່ຜັນຂະຫຍາຍບັນດາແຂວ ງທີ່ຍັງ ເຫຼືອໃນຂອບເຂດທົ່ວປະເທດ. ໂດຍສຸມໃສ່ການສ້າງບຸກຄະລາກອນໃນການສືບທອດປ່ຽນແທນໃຫ້ສາມາດປັບປຸງ ແລະຄຸ້ມຄອງລະບົບໄດ້. 7) ສົ່ງເສີມການແຈ້ງຊຳລະອາກອນຜ່ານລະບົບ TMIS ແລະ ການຊໍາລະອາກອນຜ່ານລະບົບທະນາຄານ EasyTax ຢູ່ບັນດາແຂວງທີ່ຍັງບໍ່ທັນໄດ້ນຳໃຊ້ລະບົບ Tax R IS ໃຫ້ມີປະສິດທິຜົນສູງ; 8) ສືບຕໍ່ຊຸກຍູ້, ໂຄສະນາເຜີຍແຜ່ການຊຳລະຄ່າທຳນຽມທາງຜ່ານລະບົບທະນາຄານໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງ; 9) ສ້າງລະ ບົບການຊຳລະອາກອນທຸກປະເພດຜ່ານລະບົບທະນາຄານໂດຍໃຫ້ທຸລະກິດແຈ້ງເສຍຜ່ານລະບົບອີເລັກໂຕຣນິກ ແລະ ຊໍາລະອາກອນຜ່ານລະບົບທະນາຄານ ດ້ວຍຕົນເອງ; 10) ປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດການເສຍອາກອນໂດຍປັບປຸງຫຼຸດຈໍານວນຄັ້ງໃນການເສຍອາກອນປະເພດຕ່າງໆຂອງຜູ້ ດຳເນີນທຸລະກິດ, ຫຼຸດເວລາໃນການຊຳລະອາກອນຈາກ 182 ຊົ່ວໂມງຕໍ່ປີໃຫ້ເຫຼືອນ້ອຍທີ່ສຸດຕາມຄຳສັ່ງເລກທີ 02/ນຍ, ລົງ ວັນທີ1 ກຸມພາ 2018;

  ສໍາລັບ 11) ຊຸກຍູ້ໂດຍສົມທົບກັບຂະແໜງການກ່ຽວຂ້ອງວຽກງານໂຄສະນາເຜີຍແຜ່ກ່ຽວກັບວຽກງານການຫັນເປັນທັນສະໄໝໃນການຄຸ້ມຄອງເກັບລາຍຮັບຕໍ່ສາທາລະນະຢ່າງເປັນປົກກະຕິ; 12) ສືບຕໍ່ປັບປຸງກົງຈັກ ແລະຈັດວາງບຸກຄະລາກອນຕາມລະບົບສາຍຕັ້ງໃນນີ້, ສືບຕໍ່ປະເມີນຜົນການຈັດວາງພະນັກ ງານການນຳຂັ້ນຕ່າງໆໃນໄລຍະຜ່ານມາ; ເລັ່ງໃສ່ປັບປຸງສ່ວຍສາອາກອນເມືອງທີ່ມີເງື່ອນໄຂຂຶ້ນກັບການຄຸ້ມຄອງຕາມສາຍຕັ້ງໂດຍໄວ; ສືບຕໍ່ເກັບກຳຂໍ້ມູນສະຖິຕິພະນັກງານຂອງ ຂະແໜງສ່ວຍສາອາກອນໃຫ້ເປັນຖານຂໍ້ມູນພື້ນຖານລະອຽດສະ ຖິຕິດ້ານບຸກຄະລາກອນ, ຊັ້ນ, ຂັ້ນເງິນເດືອນ, ລວມເຖິງທັກສະຂີດ ຄວາມສາມາດຕ່າງໆເພື່ອຫັນການ ບິກຈ່າຍເງິນເດືອນ, ເງິນນະໂຍບາຍລວມສູນຢູ່ງົບປະມານຂອງກະຊວງການເງິນ; 13) ສືບຕໍ່ພັດທະນາຕຳລາຮຽນ ຕຳລາສອນໃຫ້ຄົບຖ້ວນ ແລະຝຶກອົບຮົບພະນັກງານສ່ວຍສາອາກອນທັງລະດັບຂັ້ນນຳພາຄຸ້ມຄອງ ແລະ ລະດັບວິຊາການໃຫ້ເປັນລະບົບ ແລະ ຕໍ່ເນື່ອງ.