ລາວໂຕໂຢຕ້າ ສະຫຼອງແຊ້ມສະໄໝທີ 4

   ການແຂ່ງຂັນບານເຕະ ລາວ ພຣີເມຍລີກ 2019 ນັດສຸດທ້າຍວັນເສົາ 14 ກັນຍາ 2019 ຜ່ານມາ ລາວໂຕໂຢຕ້າ ເອັຟຊີພົບກັບ ປກສ ເອັຟຊີທີສະໜາມ ກີລາແຫ່ງຊາດ ຫຼັກ 16, ຜົນປາ ກົດວ່າ: ລາວໂຕໂຢຕ້າ ເອັຟຊີເອົາຊະນະ 4-0 ຈາກການຍິງ ຂອງ ໂຮມມະ 2 ປະຕູ ແລະ ຶDESARODRIGUES RAFAEL 2 ປະຕູ ເຮັດໃຫ້ລາວໂຕໂຢຕ້າ ເອັຟຊີ ຄວ້າແຊ້ມລາວພຣີເມຍລີກ ສະໄໜທີ 3 ຕິດຕໍ່ກັນ ແລະເປັນ ແຊ້ມສະໄໜທີ 4 ຕໍ່ຈາກປີ 2015, 2017, 2018 ຮັບຂັນແຊ້ມພ້ອມ ເງິນລາງວັນ 300 ລ້ານກີບ ແລະ ໄດ້ສິດໄປແຂ່ງຂັນ AFC CUP 2020 ໃນຮອບແບ່ງກຸ່ມ.

ລາວໂຕໂຢຕ້າເອັຟຊີ ເປັນທິມ ທີ 3 ທີ່ສາມາດຄວ້າແຊ້ມ 3 ສະໄໝຕິດຕໍ່ກັນຕໍ່ຈາກໂຍທາ ເອັຟຊີ ໃນປີ 2002, 2003, 2004 ແລະກອງທັບ ເອັຟຊີ ທິມທີ່ສາມາດຄວ້າແຊ້ມ 4 ສະໄໝຕິດຕໍ່ກັນໃນປີ 1990, 1991, 1993,  1994,ສ່ວນທິມທີ່ຄວ້າແຊ້ມສູງສຸດແມ່ນທອງທັບ ເອັຟຊີ 8 ສະໄໝ, ໂຍທາ ເອັຟຊີ 4 ສະໄໝ ເທົ່າກັບ ລາວໂຕໂຢຕ້າເອັຟຊີ, ສ່ວນລາງວັນດາວຍິງສູງສຸດຍິງ 14 ປະຕູມີ 2 ຄົນຄື: ແກ້ວວຽງ ເພັດ ລິດທິເດດ ກອງກາງຈາກ ມາສເຕີ້ 7 ເອັຟຊີ ແລະຄາຊູ ໂຮມ ມະ ກອງໜ້າຊາວຍີ່ປຸ່ນຂອງລາວ ໂຕໂຢຕ້າ ເອັຟຊີ.

ສະຫຼຸບການແຂ່ງຂັນຕາລາງ ຄະແນນແປບຊີ ລາວພຣີເມຍລີກ 2019 ອັນດັບທີ 1 ລາວໂຕໂຢຕ້າ ເອັຟຊີ ຄວ້າແຊ້ມແປບຊີລາວ ພຣີເມຍ 2019 ໄປຄອງພ້ອມເງິນ ລາງວັນ 300 ລ້ານກີບ ຈາກການ ມີ 37 ຄະແນນ ຈາກ 15 ນັດ ແລະເປັນແຊ້ມສະໄໝທີ 4 ຕໍ່ຈາກ ປີ 2015, 2017 ແລະ2018 ພ້ອມກັບສິດໄປແຂ່ງຂັນ AFC CUP 2020 ໃນຮອບແບ່ງກຸ່ມ, ອັນດັບທີ 2 ມາສເຕີ 7 ເອັຟຊີ ເງິນລາງວັນ 200 ລ້ານກີບຈາກການມີ 29 ຄະແນນ ຄວ້າສິດໄປ ແຂ່ງຂັນ AFC CUP 2020 ຮອບຄັດເລືອກຮອບທີ 3, ອັນດັບ ທີ 3 ຊ້າງນ້ອຍ ເອັຟຊີ ມີ 28 ຄະແນນ ຮັບເງິນລາງວັນ 100 ລ້ານກີບ, ອັນດັບທີ 4 ປກສ ເອັຟ ຊີ ມີ 15 ຄະແນນ ເງິນລາງວັນ 20 ລ້ານກີບ, ອັນດັບ 5 ກອງທັບ ເອັຟຊີ ມີ 10 ຄະແນນເງິນລາງ ວັນ 10 ລ້ານກີບ ແລະອັນດັບ 6 ອີໂວ ຢູໄນເຕັດ ມີ 8 ຄະແນນ.

-------------

  ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ