ເຈົ້າແຂວງອຸດົມໄຊ ໂອ້ລົມພະນັກງານຫຼັກແຫຼ່ງຂະແໜງສຶກສາ

  ວັນທີ 11 ກັນຍາ  ຜ່ານ ມາ ທີ່ສະໂມສອນໂຮງຮຽນສາມັນ ກິນນອນຊົນເຜົ່າອຸດົມໄຊ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານ, ຄູ-ອາຈານພາຍໃນຂະແໜງສຶກສາເທສະບານແຂວງອຸດົມໄຊເຂົ້າຮ່ວມຮັບຟັງມີທ່ານພວງວິໄລ ອິນທະວົງຮັກສາການຫົວໜ້າພະແນກສຶກສາທິການ ແລະກີລາແຂວງ ,ຫົວໜ້າຫ້ອງການສຶກສາ ທິການ ແລະກີລາເມືອງໄຊ,ຜູ້ອຳນວຍການ,ຮອງອຳນວຍການໂຮງຮຽນ,ຕະຫຼອດຮອດພະນັກງານ ແລະຄູ-ອາຈານ ໃນເທສະບານ ແຂວງເຂົ້າຮ່ວມ.

ທ່ານ ຄຳພັນເຜີຍຍະວົງ ເຈົ້າ ແຂວງອຸດົມໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະແນກສຶກສາທິການ ແລະກີລາແຂວງກໍຄືບັນດາໂຮງຮຽນຍາດມາໄດ້ໃນ ໄລຍະຜ່ານມາ ໂດຍສະເພາະແມ່ນຄວາມເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະເຮັດໃຫ້ ວຽກງານສຶກສາກໍ່ຄືການພັດທະນາບຸກຄະລາກອນ,ພັດທະນາຊັບພະຍາກອນມະນຸດພາຍໃນແຂວງ ນັບມື້ກວ້າງຂວາງ ແລະມີຄຸນນະ ພາບດີຂຶ້ນເທື່ອລະກ້າວ,ພ້ອມນີ້ທ່ານຍັງໄດ້ຕີລາຄາຕໍ່ກັບບາງດ້ານທີ່ຍັງຄົງຄ້າງ ຊຶ່ງຈະຕ້ອງໄດ້ສືບຕໍ່ ເພີ່ມທະວີຄວາມເອົາໃຈໃສ່ການປະຕິບັດໜ້າທີ່ຂອງຕົນໃຫ້ໄດ້ຮັບຜົນດີມີຄຸນນະພາບ ໂດຍສະເພາະແມ່ນວຽກງານການພັດທະນາຊັບພະຍາກອນມະນຸດກໍ່ຄືວຽກງານການສອນ-ການຮຽນຍັງບໍ່ທັນມີ ຄຸນນະພາບເທົ່າທີ່ຄວນ,ການສິດສອນຂອງຄູ-ອາຈານຢູ່ຕາມໂຮງຮຽນແຫ່ງຕ່າງໆພາຍໃນແຂວງຍັງ ບໍ່ທັນໄດ້ຮັບຜົນດີ ແລະອື່ນໆຕໍ່ກັບບັນຫາດັ່ງກ່າວກໍ່ໄດ້ເນັ້ນໃຫ້ຮູ້ກ່ຽວກັບຍຸດທະສາດການພັດທະນາວຽກງານການສຶກສາຂອງແຂວງໃນຕໍ່ ໜ້າພ້ອມທັງເນັ້ນໃຫ້ສຸມໃສ່ສ້າງ ຫຼັກສູດ ຫຼື ບົດສອນໂດຍນຳເອົາບົດຮຽນທີ່ມີຢູ່ໃນທ້ອງຖິ່ນທີ່ສອດ ຄ່ອງກັບບົດຮຽນແຊກເຂົ້າໄປນຳເພື່ອສ້າງຄວາມສົນໃຈໃຫ້ນັກຮຽນ ແລະເຮັດໃຫ້ເຂົາເຈົ້າເຂົ້າໃຈບົດຮຽນໄດ້ດີພ້ອມທັງຮຽກຮ້ອງໃຫ້ມີ ການສ້າງໂຮງຮຽນພອນສະຫວັນຢູ່ພາຍໃນແຂວງ.

-------------

  ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ