ສຶກສາຫົວພັນ ຖອດຖອນບົດຮຽນ ວຽກການເງິນ

  ກອງປະຊຸມຖອດຖອນບົດ ຮຽນວຽກງານການເງິນຂອງຂະແໜງການສຶກສາ ແລະກີລາທົ່ວ ແຂວງຫົວພັນ ປະຈຳປີ  2019 ໄດ້ໄຂຂຶ້ນໃນວັນທີ 16 ກັນຍາ ຜ່ານ ມາ ທີ່ຫ້ອງປະຊຸມໂຮງຮຽນສາມັນ ກິນນອນຊົນເຜົ່າ ເມືອງວຽງໄຊ ໂດຍພາຍໃຕ້ການເປັນປະທານຂອງທ່ານມົນທອງ ລຽນຕິຄຸນຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ( ສກຂ ), ມີນັກວິທະຍາກອນຈາກພະແນກ ສກຂ, ວິຊາການຜູ້ທີ່ຮັບຜິດຊອບວຽກງານການເງິນ,ສະຖິຕິ-ແຜນການຈາກຫ້ອງການສຶກສາທິການ ແລະກີລາ ມາຈາກ 10 ເມືອງທົ່ວແຂວງ,ຄະນະອຳນວຍການໂຮງຮຽນອ້ອມຂ້າງແຂວງພ້ອມດ້ວຍແຂກຖືກເຊີນ ແລະພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ມົນທອງ ລຽນຕິຄຸນ ກ່າວວ່າ: ໃຫ້ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຈົ່ງພ້ອມກັນເອົາໃຈໃສ່ຄົ້ນ ຄວ້າ,ປະກອບຄຳເຫັນແບບກົງໄປກົງມາເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ແລ້ວພ້ອມກັນເອົາໃຈໃສ່ຮັບຟັງການຂຶ້ນຜ່ານບົດລາຍ ງານບັນດາເອກະສານທີ່ສຳຄັນຈາກຄະນະຮັບຜິດຊອບກອງປະຊຸມເພື່ອນຳໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຢູ່ໃນກົມກອງທີ່ຕົນ ເອງຮັບຜິດຊອບໃຫ້ເກີດປະໂຫຍດ ສູງສຸດ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານເອກະສານທີ່ສຳຄັນຈາກຄະນະຮັບຜິດຊອບກອງປະຊຸມໃນຫຼາຍໆຫົວຂໍ້ເປັນຕົ້ນແມ່ນບົດສະຫຼຸບການລົງຕິດຕາມ-ຊຸກຍູ້ວຽກງານການເງິນຢູ່ຂັ້ນເມືອງ ແລະໂຮງຮຽນອ້ອມຂ້າງແຂວງ,ບົດສະຫຼຸບ 6 ເດືອນຕົ້ນປີ 2019 ແລະແຜນ 6 ເດືອນທ້າຍປີ,ວຽກງານບັນຊີ ແລະເງິນບໍລິຫານ,ວຽກງານຄັງເງິນສົດ,ຂັ້ນຕອນການແລ່ນເງິນປະສູດ,ເງິນອຸດໜູນເສຍຊີວິດ,ເງິນອຸດໜູນໝ້າຍ,ສະເໜີບົດສະຫຼຸບວຽກງານການເງິນສະຖານການສຶກສາ,ວຽກງານການຈັດສັນແຜນຕາມຂະແໜງການຍ່ອຍ,ແນະນຳການສະຫຼຸບງົບປະມານໃສ່ແຜນກິດຈະ ກຳປະຈຳໄຕມາດຕາມຂະແໜງ ການຍ່ອຍ ແລະແນະນຳວິທີການສ້າງແຜນພັດທະນາ 5ປີ ແລະ ອື່ນໆ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ