ໂຮງຮຽນພິດສະໜອນ ເນັ້ນພັດທະນາ ນັກຮຽນໃຫ້ມີຄວາມຮູ້

  ໂຮງຮຽນ ອະນຸບານປະຖົມພິດສະໜອນ ໜຶ່ງໂຮງຮຽນເອກະຊົນທີ່ສ້າງຂຶ້ນດ້ວຍຈິດໃຈມັກຮັກ ແລະຢາກຊ່ວຍປະກອບສ່ວນພັດທະນາປະເທດຊາດພ້ອມແລ້ວທີ່ຈະ ທຸ້ມເທພັດທະນາເດັກໃຫ້ມີຄວາມຮູ້ຄວາມສາມາດຮັບປະກັນມາດ ຖານ.

ທ່ານ ນາງ ພິດສະໜອນ ບຸລຸມີ ໄຊ ອຳນວຍການໂຮງຮຽນອະນຸບານປະຖົມພິດສະໝອນ ໃຫ້ສຳພາດວ່າ: ໂຮງຮຽນອະນຸບານພິດສະໜອນເມື່ອກ່ອນສ້າງຂຶ້ນອະນຸ ບານມີຫ້ອງຮຽນ 3 ຫ້ອງ ແລະ ສົກຮຽນຕໍ່ໍມາຍ້ອນຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ຜູ້ປົກຄອງບໍລິເວນໃກ້ຄຽງໄດ້ຂະຫຍາຍຊັ້ນຮຽນມາເປັນໂຮງຮຽນອະນຸ ບານປະຖົມສົກຮຽນ 2018-2019 ຊຶ່ງການຂະຫຍາຍຊັ້ນຮຽນຖືວ່ານັກຮຽນເພີ່ມຂຶ້ນເທົ່າຕົວຈາກການໄວ້ເນື້ອເຊື່ອໃຈຜູ້ປົກຄອງນັກຮຽນຕໍ່ທາງໂຮງຮຽນ.

ປະຈຸບັນທາງໂຮງຮຽນມີ 20 ຫ້ອງ, ຄູ 21 ຄົນ ແລະນັກຮຽນ 450 ກວ່າຄົນ ຊຶ່ງຄ່າຮຽນປະຖົມ2,5 ແສນກີບ ແລະອະນຸບານ 3,8 ແສນກີບກິນອາຫານທ່ຽງ ລວມເຄື່ອງອາບນໍ້າ ໂດຍຈຸດເດັ່ນ ໂຮງຮຽນແມ່ນເນັ້ນໃສ່ໃຈການ ຮຽນ-ການສອນເອົາໃຈໃສ່ເນັ້ນຄຸນນະພາບສະອາດຄວາມປອດໄພຂຶ້ນຮອດຊັ້ນປ1 ແມ່ນຮັບປະກັນອ່ານໄດ້ຂຽນເປັນນອກຈາກນີ້ທາງ ໂຮງຮຽນເພິ່ນຍັງສ້າງກິດຈະກຳ ແບບຕົວຈິງ ພິເສດໃນທຸກມື້ກ່ອນເຂົ້າຮຽນນັກຮຽນ-ຄູໄດ້ມີການນັ່ງສຳມະທິກ່ອນເຂົ້າຮຽນ.ສຳລັບຄູທາງໂຮງຮຽນເນັ້ນເອົາຈັນຍາບັນຂອງຄູ ແລະໄດ້ມີ ການຝຶກອົບຮົມໃຫ້ແຕ່ລະເດືອນຫຼັກສູດການຮຽນ-ການສອນອີງຕາມກະຊວງສຶກສາທິການ ແລະກີລາວາງອອກ,ນອກນີ້ທາງໂຮງຮຽນ ຍັງນຳເອົາພາສາຈີນ ແລະອັງກິດ ເຂົ້າມາສອນ.

ສຳລັບແຜນການຕໍ່ໜ້າທາງໂຮງຮຽນແມ່ນຈະຂະຫຍາຍເປັນ ມັດທະຍົມເພື່ອຕອບສະໜອງຄວາມຕອບການນັກຮຽນບໍລິເວນໃກ້ຄຽງໄດ້ມາຮຽນສະດວກສະບາຍຂຶ້ນສະ ນັ້ນຜູ້ປົກຄອງທ່ານໃດສົນໃຈຢາກໃຫ້ລູກຮຽນກໍ່ສາມາດພົວພັນທາງ ໂຮງຮຽນເພິ່ນໃດບ້ານໂຄກສີວິໄລ ຫຼັກ 2 ເມືອງໄຊທານີ ຫຼື ໂທສອບ ຖາມ 0304894763.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ