ວົງ BLACKPINK ມີຜູ້ຕິດຕາມຢູທູບ ຫຼາຍທີ່ສຸດໃນໂລກ

  ຍັງໂດ່ງດັງຢູ່ຕະຫຼອດເວລາສຳລັບ 4 ສາວເກີລກຣຸບແຫ່ງວົງ ການເຄປ໊ອບຄື  BLACKPINK  ທີ່ຫຼ້າສຸດໄດ້ກາຍເປັນສີນລະປິນກຸ່ມທີ່ມີຍອດຜູ້ຕິດຕາມໃນຢູທູບຫຼາຍທີ່ ສຸດໃນໂລກຮຽບຮ້ອຍແລ້ວ.

ໂດຍຢູທູບຖືວ່າເປັນເວັບທີ່ໄດ້ ຮັບຄວາມນິຍົມໄປທົ່ວໂລກຫຼັງຈາກທີ່ເມື່ອສາມເດືອນກ່ອນວົງ BLACKPINK ສາມາດສ້າງສະຖິຕິເປັນແຊແນລຢູທູບຂອງ ສ.ເກົາຫຼີ ທີ່ມີຍອດຜູ້ຕິດຕາມໃນຢູທູບ ຫຼາຍທີ່ສຸດ ແລະປະຈຸບັນນີ້ກໍໄດ້ ຂຶ້ນມາເປັນສີນລະປິນກຸ່ມທີ່ມີຍອດຜູ້ຕິດຕາມໃນຢູທູບຫຼາຍທີ່ສຸດດ້ວຍຍອດຜູ້ຕິດຕາມປະມານ 30 ລ້ານຄົນ ໂດຍໄດ້ທຳລາຍສະຖິຕິເດີມທີ່ ເຄີຍເປັນຂອງບອຍແບນອັງກິດຄື One Direction ທີ່ມີຍອດຜູ້ຕິດຕາມຢູ່ທີ່ປະມານ 29 ລ້ານຄົນ.

ເຖິງແມ່ນວ່າໃນຂະນະນີ້ທັງ 4 ສາວ ຍັງບໍ່ມີການປ່ອຍເພງໃໝ່ອອກມາແຕ່ພວກເຂົາກໍບໍ່ມີມື້ວ່າງ ເວັ້ນຈາກກິດຈະກຳວົງທີ່ເດີນສາຍຮ້ອງເພງທົ່ວອາຊີຫຼັງຈາກທົວຄອນເສີດໃຫ່ຍທົ່ວໂລກຊຶ່ງຄາດ ວ່າຖ້າຫາກທັງ 4 ສາວປ່ອຍເພງ ໃໝ່ອອກມາກໍໜ້າຈະໄດ້ຮັບຄວາມນິຍົມຍິ່ງໆຂຶ້ນໄປກວ່າເກົ່າອີກແນ່ນອນ.

 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ