ຈິນພັດທະນາທາ່ເຮືອໃຫຍ່ສູດອັນດັບ 3 ຂອງໂລກ

  ຊຽງໄຮ້ຂອງ ສປ ຈີນ ກຽມພັດທະນາທ່າເຮືອ ອູ່ຊົງໂຊ່ວ ໃຫ້ກາຍ ເປັນທ່າເຮືອທີ່ໃຫຍ່ທີ່ສຸດອັນດັບ 3 ຂອງໂລກ ໃນດ້ານຂອງຈຳນວນການເດີນທາງຂອງຜູ້ໂດຍສານ.

ຕາມຂ່າວຕ່າງປະເທດລາຍງານວ່າທ່າເຮືອດັ່ງກ່າວຈະມີມູນຄ່າທາງອຸດສາຫະກຳຫຼາຍກວ່າຮ້ອຍຕື້ຢວນ, ທ່ານ ຊູ ຜິງ ຮອງອຳນວຍການເຂດເປົ່າຊັນໃນຊຽງໄຮ້ເປີດເຜີຍວ່າຊຽງໄຮ້ຈະໃຫ້ຄວາມສຳຄັນກັບການພັດທະນາອຸດສາຫະກຳເຮືອສຳລານແລະຈະຊຸກຍູ້ຊຽງໄຮ້ໃຫ້ກາຍເປັນສູນກາງທຸລະກິດເຮືອສຳລານໃນລະດັບນານາຊາດ,ໂດຍກະຊວງວັດທະນະ ທຳ ແລະການທ່ອງທ່ຽວແຫ່ງຈີນໄດ້ອະນຸມັດແຜນການພັດທະນາທ່າເຮືອດັ່ງກ່າວແລ້ວ ປະຈຸບັນທ່າເຮືອ ອູ່ຊົງໂຊ່ວເປັນທ່າເຮືອທີ່ໃຫຍ່ເປັນອັນດັບ 4 ຂອງໂລກທີ່ໃຫ້ບໍລິການຜູ້ໂດຍສານໄປແລ້ວຫຼາຍກວ່າ 13 ລ້ານຄົນ.

ທີ່ຜ່ານມາຈີນກາຍເປັນຕະຫຼາດດ້ານເຮືອສຳລານທີ່ໃຫຍ່ທີ່ສຸດອັນດັບສອງຂອງໂລກໃນແຕ່ລະປີມີຈຳນວນນັກທ່ອງທ່ຽວຫຼາຍກວ່າ 2,19 ລ້ານຄົນຄິດເປັນອັດຕາສ່ວນເຄິ່ງໜຶ່ງຂອງຕະຫຼາດເຮືອສຳລານໃນພາກພື້ນອາຊີ ຊຶ່ງ 63% ຂອງຈຳນວນດັ່ງກ່າວຢູ່ຊຽງໄຮ້.

  ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ