ທພລ ສາຂາຊຽງຂວາງເລັ່ງສະໜອງສິນເຊື່ອສູ່ ເອັສເອັມອີ ໃຫ້ໄດ້ 80%

ໃນທ້າຍອາທິດຜ່ານມານີ້; ຜູ້ສື່ຂ່າວທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ສໍາພາດທ່ານ ປະສົມເພັດ ພູນທອງຄໍາ ວ່າການຫົວໜ້າທະນາຄານພັດທະນາລາວສາຂາຊຽງຂວາງ (ທພລ.ຊຂ)ໄດ້ໃຫ້ຮູ້ວ່າ: ປະຈຸບັນ ທພລ.ຊຂ ມີ 6 ໜ່ວຍບໍລິການ ແລະ ມີຕູ້ ATM ທັງໝົດ 11 ຕູ້ຊຶ່ງໃນ 6 ເດືອນ ຕົ້ນປີ 2019 ໄດ້ລະດົມແຫຼ່ງທຶນ ໃນຫຼາຍຮູບຫຼາຍແບບໂດຍມີການໂຄສະນານຳໜັງສືພິມ, ວິທະຍຸ- ໂທລະພາບ; ພ້ອມທັງລະດົມນຳພໍ່ຄ້າຊາວຂາຍ, ນັກທຸລະກິດພາຍໃນຕ່າງປະເທດແລະໃນ 6 ເດືອນ ຕົ້ນປີ 2019 ທຽບໃສ່ແຜນການປີສາມາດລະດົມເງິນຝາກໄດ້ທັງໝົດ 91,4%, ໃນດ້ານການນຳໃຊ້ແຫຼ່ງທຶນ, ທພລ.ຊຂ ໄດ້ຄຸ້ມຄອງການປ່ອຍສິນເຊື່ອຢ່າງມີປະສິດ ທິຜົນໂດຍຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ໃນໄລຍະ 6 ເດືອນສາມາດສະໜອງສິນເຊື່ອຖ້າທຽບໃສ່ແຜນການປີ 2019 ສາມາດປະຕິບັດໄດ້ 93,6% ຂອງຕົວເລກແຜນການ ແລະມີລູກຄ້າເງິນກູ້ທັງໝົດ 500 ກວ່າລາຍປະຈຸບັນກໍາລັງສຸມໃສ່ເກັບໜີ້ສິນທວງຍາກ (NPL) ໂດຍສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງໂດຍລວມສາມາດຄຸ້ມຄອງໄດ້ຢູ່ໃນເກນມາດຖານຂອງ ທຫລ ວາງອອກ 3% ຂອງຍອດສິນເຊື່ອທັງໝົດ.

 ໂດຍອີງໃສ່ດຳລັດເລກທີ 42/ນຍ, ລົງວັນທີ 20 ເມສາ 2004 ວ່າດ້ວຍການສົ່ງເສີມ ແລະພັດທະນາວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (SME) ເປົ້າໝາຍການສະໜອງສິນເຊື່ອ SME ໃນປະຈຸບັນນີ້ໄດ້ຫັນເອົາຄຸນນະພາບເປັນຫຼັກ, ຫັນເຂົ້າສູ່ລະບຽບຫຼັກການຢ່າງເຂັ້ມງວດ, ວິເຄາະວິໄຈລະອຽດຖີ່ຖວ້ນ, ຜ່ານກອງປະຊຸມຄະນະກຳມະການບໍລິຫານສິນເຊື່ອພິຈາລະນາເປັນເອກະພາບຈຶ່ງອະນຸມັດສິນເຊື່ອໄດ້ເປົ້າໝາຍຫຼັກກໍ່ເລັ່ງໃສ່ຜູ້ປະກອບການຜະລິດການຄ້າ ແລະ ການບໍລິການທີ່ມີໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງຕາມລະບຽບກົດໝາຍ ສປປ ລາວ, ສຳລັັບທຶນ SME ທີ່ມີດອກເບ້ຍຕໍ່ານັ້ນໄດ້ສົມທົບກັບສະພາການຄ້າແຂວງ, ປະຊຸມປຶກສາຫາລືຊອກຫາວິທີທາງເພື່ອຊຸກຍູ້ສົ່ງເສີມ ແລະ ຍາດແຍ່ງແຫຼ່ງທຶນດັ່ງກ່າວປະຈຸບັນກໍາລັງເກັບກຳຂໍ້ມູນເພື່ອສະເໜີຂັ້ນເທິງຄົ້ນຄວ້າພິຈາລະນາໂດຍສະເພາະບັນດາສິນ ຄ້າ(ODOP)ຂອງແຂວງເຫັນວ່າມີທ່າແຮງຫຼາຍອາດມີເງື່ອນໄຂໃນການກູ້ຢືມຮ່ວງທຶນດັ່ງກ່າວ.

  ທ່ານວ່າການຫົວໜ້າທະນາຄານ ທພລ.ຊຂ ແຈ້ງຕື່ມວ່າ: ປະ ຈຸບັນ ທພລ.ຊຂ ໄດ້ສະໜອງເງິນກູ້ໃຫ້ຂະແໜງການຕ່າງໆໂດຍໄດ້ສະເລ່ຍແລະຄິດອັດຕາສ່ວນຂອງ ຍອດສິນເຊື່ອທັງໝົດມີຂະແໜງອຸດ ສາຫະກຳ 4,48%; ຂະແໜງກະ ສິກຳ-ປ່າໄມ້ 8,93%; ຂະແໜງ ການບໍລິການ10,76%; ຂະແໜງ ຂົນສົ່ງ-ໄປສະນີ 4,01%; ຂະ ແໜງການຄ້າ 38,99%; ຂະແໜງກໍ່ສ້າງ 33,04% ແລະສະໜອງເງິນກູ້ໃຫ້ຂະແໜງປະກອບວັດຖຸເຕັກນິກ 1,90% ຂອງຍອດສິນເຊື່ອທັງ ໝົດ.

  ແຜນການໃນຕໍ່ໜ້າຍັງຈະສືບ ຕໍ່ປັບປຸງຂອດການບໍລິການໃຫ້ ວ່ອງໄວ, ທັນສະໄໝ ໂດຍໄດ້ຮັບ ການນໍາໃຊ້ ແລະພັດທະນາເຕັກ ໂນໂລຢີທີ່ທັນສະໄໝ ແລະກ້າວໜ້າເພື່ອຮັບໃຊ້ສັງຄົມເຊັ່ນຕູ້ ATM  ສາມາດບໍລິການໂອນເງິນ, ຖອນເງິນ ແລະອື່ນໆໄດ້ຕະຫຼອດ 24 ຊົ່ວ ໂມງ, ລະບົບ Mobile Banking (ທະນາຄານໃນໂທລະສັບມືຖືຂອງທ່ານ) ສາມາດໂອນເງິນ, ຊໍາລະສະສາງໃບບິນຕ່າງໆໃນນີ້ມີຄ່າສິນຄ້າ, ຄ່າອາຫານ, ຄ່າໂທລະສັບ, ຄ່ານໍ້າ, ຄ່າໄຟຟ້າ, ຕື່ມມູນຄ່າໂທ ແລະ ອື່ນໆ; ຊຳລະຄ່າ ສິນຄ້າ ແລະການບໍລິການຜ່ານເຄື່ອງຮູດ EDC ໂດຍໃຊ້ບັດ ATM ເຮັດທຸລະກຳທາງການເງິນແທນຕູ້ ATM ໄດ້, ຊຳລະຄ່າພາສີອາກອນທີ່ທັນສະໄໝ, ການໂອນເງິນດວ່ນໄປຕ່າງປະເທດໂດຍຜ່ານລະບົບ Western Union, ລະບົບ Swift ແລະໃຫ້ບໍລິການການອອກໜັງສືຄໍ້າປະກັນຕ່າງໆ ນອກຈາກນີ້ຍັງມີຫຼາຍຜະລິດຕະພັນນຳອີກ ແລະໃນຂະນະດຽວກັນຍັງຈະສືບຕໍ່ລະດົມແຫຼ່ງທຶນໃຫ້ພຽງພໍກັບການສະໜອງສິນເຊື່ອ, ສູ້ຊົນຂະຫຍາຍສິນເຊື່ອ ແລະ ເກັບຄືນບັນດາໜີ້ສິນທວງຍາກ (NPL) ໃຫ້ໄດ້ຕາມແຜນ, ຄຸ້ມຄອງອັດຕາສ່ວນ (NPL) ໃຫ້ຢູ່ໃນເກນມາດຖານຂອງ ທຫລ ວາງອອກ. ພ້ອມທັງຮັບປະກັນການປ່ອຍສິນເຊື່ອດ້ວຍຄຸນນະພາບ, ຖືກຕ້ອງຕາມລະບຽບຫຼັກການ, ເລັ່ງໃສ່ສະໜອງສິນເຊື່ອໃຫ້ແກ່ SME ໃຫ້ໄດ້ຕາມແຜນການຄາດໝາຍແມ່ນ 80% ຂອງຍອດສິນເຊື່ອທັງໝົດ.

-----------

ຂຽນໂດຍຣັດສະໝີ ດວງສັດຈະ

ພາບ ແລະຂ່າຈາກ: ນສພ ເສດຖະກິດ-ສັງຄົມ