ຄວາມໝາຍ, ພາລະບົດບາດ ແລະ ໜ້າທີ່ຂອງທະນາຄານແຫ່ງ ສປປ ລາວ

 ຮຽນບັນດາທ່ານຜູ້ອ່ານທີ່ຮັກແພງ, ໂດຍອີງຕາມສັງຄົມກໍຄືປະຊາຊົນທີ່ໃຫ້ຄວາມສົນໃຈ ແລະຍັງເຂົ້າໃຈວ່າທະນາຄານແຫ່ງ ສປປ ລາວ ຫຼື ທະນາຄານກາງແມ່ນທະ ນາຄານທຸລະກິດ ຫຼືສະຖາບັນການເງິນທົ່ວໄປທີ່ທຸກຄົນສາມາດມາດໍາເນີນທຸລະກໍາດ້ານການເງິນຕ່າງໆໄດ້ເປັນຕົ້ນແມ່ນການຝາກເງິນ, ການກູ້ຢືມ ແລະ ອື່ນໆ, ສະ ນັ້ນ, ເພື່ອເປັນການທໍາຄວາມ ເຂົ້າໃຈກ່ຽວກັບບັນຫາດັ່ງກ່າວຄັ້ງ ນີ້ຜູ້ຂຽນຈະມານໍາສະເໜີ ແລະ ອະທິບາຍກ່ຽວກັບຄວາມໝາຍ, ພາລະບົດບາດ ແລະໜ້າທີ່ຂອງທະ ນາຄານແຫ່ງ ສປປ ລາວ ຫຼືທະນາຄານກາງວ່າມີຄືແນວໃດໃນນີ້ກໍເພື່ອແນໃສ່ສ້າງຄວາມເຂົ້າໃຈແກ່ປະຊາຊົນ, ພ້ອມທັງບັນດານັກຮຽນຮູ້ ແລະນັກສຶກສາທີ່ກໍາລັງຮຽນຮູ້ ກ່ຽວກັບວຽກງານໃນຂະແໜງການທະນາຄານໄດ້ອ່ານເພື່ອເປັນຂໍ້ມູນພື້ນຖານ.

 ຄືບັນດາທ່ານໄດ້ຮັບຮູ້ນໍາກັນແລ້ວວ່າວຽກງານການທະນາຄານແມ່ນເປັນວຽກງານໜຶ່ງທີ່ສໍາຄັນໃນການພັດທະນາດ້ານເສດຖະກິດຂອງຊາດໂດຍມີການກໍານົດການຄຸ້ມ ຄອງນະໂຍບາຍເງິນຕາເພື່ອເຮັດໃຫ້ປະເທດມີຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ມີສະຖຽນລະພາບທາງດ້ານເງິນຕາ, ສະນັ້ນໃນທຸກໆປະເທດແມ່ນມີທະນາ ຄານກາງຊຶ່ງມີພາລະບົດບາດ ແລະເຮັດໜ້າທີ່ໃນການກໍານົດນະ ໂຍບາຍດັ່ງກ່າວ ແລະຄຸ້ມຄອງສະ ຖາບັນການເງິນ ພາຍໃຕ້ການຄຸ້ມ ຄອງຂອງຕົນໃຫ້ມີຄວາມໝັ້ນຄົງ ຢູ່ ສປປ ລາວ ກໍເຊັ່ນດຽວກັນທະ ນາຄານແຫ່ງ ສປປ ລາວ ຫຼື ທະນາ ຄານກາງ ແມ່ນອົງການລັດທຽບ ເທົ່າກະຊວງໃນໂຄງປະກອບກົງ ຈັກລັດຖະບານ ແລະມີຖານະເປັນ ນິຕິບຸກຄົນ, ມີພາລະບົດບາດເປັນ ເສນາທິການໃຫ້ແກ່ລັດຖະບານໃນ ການຄຸ້ມຄອງມະຫາພາກທາງດ້ານ ເງິນຕາໃຫ້ມີສະຖຽນລະພາບ, ຄຸ້ມຄອງສະຖາບັນການເງິນທີ່ຢູ່ພາຍ ໃຕ້ການຄຸ້ມຄອງຂອງຕົນໃຫ້ມີ ຄວາມໝັ້ນຄົງ, ຄຸ້ມຄອງລະບົບຊໍາ ລະໃຫ້ມີປະສິດທິພາບ ແລະເຮັດໜ້າທີ່ໃນການຄົ້ນຄວ້າສ້າງນະໂຍບາຍ, ຜັນຂະຫຍາຍນະໂຍບາຍ, ຍຸດທະສາດເປັນແຜນງານ ແລະໂຄງການລະອຽດ, ປັບປຸງເຄື່ອງມືໃນການຄຸ້ມຄອງວຽກງານການທະນາຄານ, ປະຕິບັດນະໂຍບາຍເງິນຕາ, ຄຸ້ມຄອງເງິນ ຕາຕ່າງປະ ເທດໃຫ້ສອດຄ່ອງກັບລະບຽບກົດ ໝາຍ, ຮັກສາ ແລະຄຸ້ມຄອງຄັງ ສໍາຮອງເງິນຕາຕ່າງປະເທດ, ຄຸ້ມຄອງ ແລະຕິດຕາມກວດກາການເຄື່ອນໄຫວວຽກງານຂອງສະຖາບັນການເງິນ, ຄຸ້ມຄອງ ແລະ ຕິດຕາມກວດກາເຄື່ອງມືລະບົບກົນໄກຊໍາລະໃຫ້ມີຄວາມປອດໄພເຫຼົ່ານີ້ເປັນຕົ້ນ.

  ທັງໝົດທີ່ໄດ້ກ່າວມານັ້ນ, ແມ່ນພາລະບົດບາດ ແລະໜ້າທີ່ອັນຕົ້ນຕໍຂອງທະນາຄານແຫ່ງ ສປປ ລາວ ກໍຄືທະນາຄານກາງທີ່ຕ້ອງໄດ້ປະຕິບັດຊຶ່ງພາລະບົດບາດ ແລະ ໜ້າ ທີ່ດັ່ງກ່າວນັ້ນ ກໍເປັນການສ້າງຄວາມໝັ້ນໃຈ, ທັງເປັນການດຶງດູດແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃນວຽກງານຂະແໜງການທະນາ ຄານ ແລະທີ່ສໍາຄັນກໍເປັນການສ້າງຄວາມໄວ້ເນື້ອເຊື່ອໃຈແກ່ປະຊາຊົນ ຫຼື ຜູ້ທີ່ມາໃຊ້ບໍລິການດໍາເນີນທຸລະກໍາດ້ານການເງິນກັບສະຖາບັນການເງິນອີກດ້ວຍ.

 ສະຫຼຸບແລ້ວພາລະບົດບາດ ແລະໜ້າທີ່ຂອງທະນາຄານແຫ່ງ ສປປ ລາວ ແມ່ນຄຸ້ມຄອງມະຫາພາກທາງດ້ານເງິນຕາໃຫ້ມີສະຖຽນລະພາບ, ຄຸ້ມຄອງສະຖາບັນການເງິນ ແລະປະຕິບັດນະໂຍ ບາຍເງິນຕາເພື່ອໃຫ້ເສດຖະກິດ ຂອງຊາດຂະຫຍາຍຕົວ; ທ້າຍນີ້ ຜູ້ຂຽນຫວັງວ່າຂໍ້ມູນດັ່ງກ່າວທີ່ໄດ້ນໍາມາສະເໜີຄົງຈະສ້າງຄວາມເຂົ້າໃຈແກ່ສັງຄົມຕໍ່ກັບຄວາມໝາຍ, ພາລະບົດບາດ ແລະໜ້າທີ່ຫຼັກຂອງທະນາຄານແຫ່ງ ສປປ ລາວ ວ່າມີຄືແນວໃດ ແລະອາດເປັນຂໍ້ມູນໜຶ່ງສໍາລັບນັກສຶກສາທີ່ກໍາລັງສຶກສາໃນວຽກງານດັ່ງກ່າວ.

-------------

ຂຽນໂດຍເພື່ອນນັກຮຽນຮູ້