ໂພນທອງ ຍົກລະດັບການສອນຄວບໃຫ້ຄູ

  ວັນທີ 16 ກັນຍາ ຜ່ານ ມາທີ່ຫ້ອງປະຊຸມກອງບັນຊາການທະຫານເມືອງໂພນທອງ ໄດ້ຈັດຊຸດຝຶກອົບຮົມການຈັດການຮຽນ-ການສອນຄວບໃຫ້ແກ່ຄູສອນ, ຜູ້ ຊ່ວຍຄູ, ອຳນວຍການໂຮງຮຽນ ແລະວິຊາການໃນຂະແໜງສຶກສາມີທ່ານ ສົມແພດພົມມະຈັນຮອງຫົວໜ້າຫ້ອງ ການສຶກສາທິການ ແລະກີລາເມືອງ, ທ່ານ ນາງ ຈັນ ຫອມ ສຸວັນນະວົງ ຕາງໜ້າກະຊວງສຶກສາທິການ ແລະກີລາ, ພ້ອມດ້ວຍຄູຝຶກຈາກກະຊວງ, ແຂວງ, ເມືອງ ແລະຜູ້ອຳນວຍການໂຮງຮຽນ, ຄູອະນຸບານ ແລະຜູ້ຊ່ວຍຄູ 5 ໂຮງຮຽນເຂົ້າຮ່ວມ.

ທ່ານ ສົມແພດ ພົມມະຈັນ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຈົ່ງຕັ້ງໃຈຄົ້ນຄວ້າຮ່ວມກັບຄູຝຶກພ້ອມທັງໄດ້ ເນັ້ນໜັກກ່ຽວກັບ ສີ່ງທ້າທາຍໃນຂະແໜງການສຶກສາຂອງເມືອງ, ໂດຍສະເພາະການພັດທະນາເດັກ ກ່ອນໄວຮຽນ,ການກຽມຄວາມ ພ້ອມກ່ອນເຂົ້າຮຽນປະຖົມສຶກສາແມ່ນການຂະຫຍາຍໂອກາດການ ເຂົ້າເຖິງການສຶກສາກ່ອນໄວຮຽນ ໃຫ້ແກ່ເດັກຈາກຊຸມຊົນທີ່ດ້ອຍໂອ ກາດ, ການໃຫ້ຄວາມຮູ້ ແລະການສ້າງຂີດຄວາມສາມາດໃຫ້ຜູ້ມີສ່ວນຮ່ວມໃນຊຸມຊົນເຂົ້າໃຈເຖິງ ຄວາມສຳຄັນ, ສົ່ງເສີມພັດທະນາການຂອງເດັກທາງດ້ານຮ່າງກາຍອະນາໄມ ແລະຄວາມປອດໄພ, ສະຕິປັນຍາ-ຄວາມຮູ້ທົ່ວໄປ, ສັງຄົມ, ອາລົມຈິດໃຈ ແລະພາສາ, ການໃຫ້ຄວາມຮູ້ ແລະການສ້າງຂີດຄວາມສາມາດດ້ານທັກສະຊີວິດໃຫ້ແກ່ຜູ້ດູແລເດັກ, ການສ້າງ ຮູບແບບການຮຽນ-ການສອນສຳລັບການສຶກສາກ່ອນໄວຮຽນໃນ ເຂດຫ່າງໄກສອກຫຼີກໃຫ້ມີຄວາມ ຍືນຍົງ.

ໂດຍເລັ່ງໃສ່ການຈັດການຮຽນ ການສອນຄວບໃນເກນອາຍຸ  (3-5 ປີ), ຄວາມໝາຍ ແລະຄວາມຄັນຂອງພັດທະນາການເດັກກ່ອນ ໄວຮຽນ,ການສົ່ງເສີມພັດທະນາການດ້ານຮ່າງກາຍ, ອະນາໄມ ແລະຄວາມປອດໄພຕາມຄວາມສາ ມາດຂອງເດັກ, ການສົ່ງເສີມພັດ ທະນາການດ້ານສະຕິປັນຍາ ແລະຄວາມຮູ້ທົ່ວໄປຕາມຄວາມສາມາດຂອງເດັກ, ການສົ່ງເສີມພັດທະນາ ການອາລົມຕາມຄວາມສາມາດຂອງເດັກ, ການສົ່ງເສີມພັດທະນາການດ້ານພາສາຕາມຄວາມສາ ມາດຂອງເດັກ, ການສົ່ງເສີມພັດທະນາການຕາມຄວາມສາມາດຂອງເດັກ, ແຕ່ງບົດສອນ.

---------------

ໜັງສືພິມເສດຖະກິດ-ສັງຄົມ