ເຮືອຊ່ວງບ້ານໂພນທອງ ຄອງແຊ້ມ 3 ປີຕິດຕໍ່ກັນ

  ວັນທີ 14  ກັນຍາ ຜ່ານມາ ທີ່ທ່ານໍ້າຂອງບ້ານໃຫ່ຍປາກທາ ເມືອງປາກທາ ແຂວງບໍ່ແກ້ວພາຍ ໃຕ້ການເປັນປະທານຂອງທ່ານ ຊຽງເຮືອງພົມມະຈັນ ເລຂາຄະນະພັກຮາກຖານນາຍບ້ານໆໃຫ່ຍ ປາກທາ ເປັນກຽດເຂົ້າຮວມຂອງ ທ່ານ ສຸໄລ ດວງຜາຄຳ ເຈົ້າເມືອງປາກທາ, ທ່ານ ບຸນທອງ ແສງສີກອງ ຫົວໜ້າຫ້ອງວ່າການ ແຂວງບໍ່ແກ້ວ, ພ້ອມດ້ວຍມວນຊົນເຂົ້າຮວມຢ່າງຫຼວງຫຼາຍ.

ທ່ານ ຊຽງເຮືອງ ພົມມະຈັນໄດ້ກ່າວເປີດພິທີການຈັດງານບຸນ ຊ່ວງເຮືອວ່າ: ການຈັດງານບຸນ ຊ່ວງເຮືອປະເພນີຫໍ່ເຂົ້າສະຫຼາກ ຢູ່ເມືອງປາກທາ ແມ່ນໄດ້ປະຕິບັດ ກັນມາແຕ່ດົນນານແລ້ວຫຼັງມື້ຂຶ້ນ 15 ຄໍ່າ ເດືອນ 10 ລາວຂອງ ທຸກໆປີ ເພື່ອສືບສານຮີດຄອງປະເພນີທາງດ້ານວັດທະນະທຳ ແລະ ເຕົ້າໂຮມຄວາມສາມັກຄີຂອງພໍ່ແມ່ ປະຊາຊົນພາຍໃນເມືອງເພື່ອໃຫ້ລູກ ຫຼານໄດ້ສືບທອດກັນຕໍ່ໄປ  ໂດຍໄດ້ ມີການແຂ່ງຂັນເຮືອຊ່ວງປະເພນີ ປະເພດ 25 ສີພາຍ ໃນປີນີ້ແມ່ນມີເຮືອເຂົ້າແຂ່ງຂັນທັງໝົດ  13  ລຳມາຈາກແຕ່ລະບ້ານພາຍໃນເມືອງມີທັງໝົດ 12 ລຳເຊັ່ນ: ບ້ານໃຫ່ຍປາກທາຄຸ້ມ 1, ຄຸ້ມ 2, ຄຸ້ມ 3, ປກສ ເມືອງ, ມສ ປາກທາ, ບ້ານໂພນທອງ, ບ້ານຫ້ວຍທອງ, ບ້ານດອນສະກວັນ, ບ້ານຫາດ ສະ, ບ້ານຫາດດອນແກ້ວ, ບ້ານຫາດ ສາກ, ບ້ານແກ້ງພາກ ແລະມາ ຈາກເມືອງຫ້ວຍຊາຍ1 ລຳ.

ຜ່ານການແຂ່ງຂັນຜົນປະກົດ ວ່າເຮືອຊ່ວງທີ່ສາມາດຍາດໄດ້ ແຊ້ມເປັນເຈົ້າໜ້ານໍ້າທີ່ທ່າແຄມ ຂອງບ້ານໃຫ່ຍປາກທາປີນີ້ໄດ້ແກ່ເຮືອຊ່ວງບ້ານໂພນທອງ ຄອງແຊ້ມ 3 ປີຕິດຕໍ່ກັນ ໄດ້ຮັບຂັນ ເງິນ 1 ໜ່ວຍມູນຄ່າ 8,4 ລ້ານກີບ, ເງິນສົດ 3 ລ້ານກີບ ແລະ ຂັນປະຈຳປີ 1 ໜ່ວຍ, ທີ 2 ເຮືອ ຊ່ວງບ້ານໃຫ່ຍປາກທາຄຸ້ມ 1 ໄດ້ ຮັບເງິນສົດ 2 ລ້ານກີບ ຂັນປະ ຈຳປີ 1 ໜ່ວຍ, ທີ 3 ເຮືອຊ່ວງ ບ້ານຫາດສາກ ໄດ້ຮັບເງິນສົດ 1 ລ້ານກີບ ຂັນປະຈຳປີ 1 ໜ່ວຍ,ທີ 4 ໄດ້ແກ່ ເຮືອຊ່ວງບ້ານຫາດ ສະໄດ້ຮັບເງິນສົດ 8 ແສນກີບ ຂັນປະຈຳປີ 1 ໜ່ວຍ ນອກນັ້ນຍັງ ມີລາງວັນຊົມເຊີຍໃຫ້ລຳລະ 3 ແສນກີບ.

ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ