ແທັກຊີ້ບິນໄດ້ອາດກາຍເປັນຍານພາຫະນະໃນອະນາຄົດ

 ເຖິງວ່າຈະຍັງຢູ່ໃນຂັ້ນຕອນທົດລອງແຕ່ບໍລິສັດຜູ້ຜະລິດ ໂດຣນຮັບສົ່ງທາງການຄ້າໃນລັກສະນະຂອງແທັກຊີ້ທາງອາກາດນັ້ນກໍມີຄວາມພ້ອມໃຫ້ບໍລິການ ຂຶ້ນເລື້ອຍໆ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ເມື່ອບໍ່ດົນມານີ້ໂວໂລ ຄອບເຕີ ບໍລິສັດຜູ້ຜະລິດຍານພາ ຫະນະທາງອາກາດສັນຊາດເຢຍ ລະມັນ ໄດ້ເປີດໂຕໂວໂລຊິຕີຍານ ພາຫະນະທາງອາກາດທີ່ອອກ ແບບມາເພື່ອບິນຮັບສົ່ງພາຍໃນ ເມືອງແບບແທັກຊີ້ ບິນດ້ວຍ 18 ໃບພັດ ໂດຍມີ 2 ບ່ອນນັ່ງ ແລະ ພື້ນທີ່ເກັບເຄື່ອງຂອງ ໂດຍບິນໄດ້ ປະມານ 35 ກິໂລແມັດ ດ້ວຍ ຄວາມໄວ 110 ກິໂລແມັດຕໍ່ຊົ່ວ ໂມງໂວໂລຊິຕີ ເປັນຍານພາຫະ ນະທາງອາກາດໄຟຟ້າທີ່ບິນຂຶ້ນ ແລະລົງຈອດໃນແນວຕັ້ງລຸ້ນທີ 4 ຂອງບໍລິສັດນີ້. ການໃຫ້ບໍລິການ ແທັກຊີ້ບິນໄດ້ເລີ່ມໃກ້ຄວາມຈິງຂຶ້ນ ເລື້ອຍໆໃນປະຈຸບັນ ເຖິງແມ່ນວ່າ ແຕ່ລະບໍລິສັດຈະຍັງຢູ່ໃນໄລຍະ ທົດລອງກໍຕາມ, ເອັນອີຊີ ຄໍປໍເຣຊັ່ນບໍລິສັດຜູ້ຜະລິດ ແລະຜູ້ໃຫ້ບໍລິ ການດ້ານຂໍ້ມູນຂ່າວສານ ແລະ ການສື່ສານຂອງຍີ່ປຸ່ນກໍຫາກໍທົດສອບລົດເຫາະຮູບຮ່າງຄ້າຍໂດຣນ ຂອງຕົວເອງເມື່ອຕົ້ນເດືອນກ່ອນ ໂດຍມີເປົ້າໝາຍຈະໃຫ້ບໍລິການ ໄດ້ພາຍໃນໄລຍະປີ 2030.ເມື່ອ ເດືອນພຶດສະພາ,ລິລຽມບໍລິສັດສັນ ຊາດເຢຍລະມັນອີກເຈົ້າໜຶ່ງກໍທົດ ສອບລິລຽມເຈັດແທັກຊີ້ບິນໄດ້້ ລຸ້ນໃໝ່ສຳເລັດ ໂດຍລິລຽມເຈັດ ເປັນແທັກຊ້ີບິນໄດ້ 5 ບ່ອນນັ່ງ ບິນໄດ້ 300 ກິໂລແມັດ ຕໍ່ຊົ່ວ ໂມງ ໃນໄລຍະ 300 ກິໂລແມັດ ຢູ່ເໜືອກວ່າຄູ່ແຂ່ງລາຍອື່ນໆໃນຕະ ຫຼາດແທັກຊີ້ບິນໄດ້ຂະໜາດອູເບີເອງກໍມີແຜນຈະທົດສອບໃຫ້ບໍລິ ການເຮລິຄອບເຕີອູເບີແອທີ່ອົດສະ ຕຣາລີປີໜ້າ ແລະມີແຜນຈະໃຫ້ ບໍລິການທາງການຄ້າພາຍໃນປີ 2023 ຊຶ່ງປະຈຸບັນມີບໍລິສັດກວ່າ 70 ແຫ່ງ ທີ່ກຳລັງພັດທະນາ ຍານພາຫະນະບິນໄດ້ຂອງຕົວເອງ.

ຢ່າງໃດກໍຕາມກ່ອນແທັກຊີ້ບິນໄດ້ເຫຼົ່ານີ້ຈະໃຫ້ບໍລິການທາງການຄ້າໄດ້ທາງບໍລິສັດຈະຕ້ອງວາງ ໂຄງລ່າງພື້ນຖານສຳລັບການບິນຂຶ້ນ ແລະລົງຈອດ ລວມທັງປະສານເຂົ້າກັບລະບົບການຈັດການຈະລາຈອນທາງອາກາດໃຫ້ໄດ້ ກ່ອນ.ຫຼ້າສຸດໃນວັນທີ 30 ສິງ ຫາທີ່ຜ່ານມາຍານພາຫະນະທາງອາກາດລຸ້ນໂວໂລຄອບເຕີຂອງ ໂວໂລຄອບເຕີໄດ້ທົດສອບການບິນທີ່ສະໜາມບິນນານາຊາດເຮລຊິງກິ ແຟງລັງສົ່ງຜົນໃຫ້ໂວໂລຄອບເຕີເປັນບໍລິສັດແທັກຊີ້ບິນໄດ້ລາຍທຳອິດທີ່ປະສານກັບລະບົບການຈັດການຈະລາຈອນທາງອາກາດໄດ້.

 ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ