ມຽນມາສົ່ງອອກແກ໊ສທຳມະຊາດບັນລຸ 3,5 ຕື້ໂດລາ

  ມຽນມາສົ່ງອອກແກ໊ສທຳ ມະຊາດບັນລຸ 3,5 ຕື້ໂດລາສະຫະລັດໃນປີງົບປະມານ 2018-2019 ໂດຍແກ໊ສ ທຳມະຊາດຖືເປັນໜຶ່ງ ໃນສິນຄ້າສົ່ງອອກທີ່ສຳຄັນຂອງມຽນມາຕາມຂ່າວຊິນຮວາລາຍງານ ວ່າ ກະຊວງການຄ້າຂອງມຽນມາ ລາຍງານວ່າ: ຈົນເຖິງທ້າຍເດືອນ ກັນຍາທີ່ຜ່ານມາ ການສົ່ງອອກ ແກ໊ສທຳມະຊາດຂອງມຽນມາ ເພີ່ມຂຶ້ນສູງເຖິງ 3,5 ຕື້ໂດລາ ໃນໄລຍະ 11 ເດືອນທຳອິດ (ເດືອນຕຸລາ-ສິງຫາ) ຂອງປີງົບປະມານ2018-2019, ການສົ່ງອອກແກ໊ສທຳມະຊາດໃນໄລຍະເວລາດັ່ງກ່າວເພີ່ມຂຶ້ນ 430 ລ້ານໂດລາ ເມື່ອທຽບກັບໄລຍະເວລາດຽວກັນຂອງປີງົບປະມານກ່ອນໜ້ານີ້ ຊຶ່ງແກ໊ສທຳມະຊາດຖືເປັນໜຶ່ງໃນສິນຄ້າສົ່ງອອກທີ່ ສຳຄັນຂອງມຽນມາ ໂດຍລາຍໄດ້ຈາກການສົ່ງອອກຫຼາຍກວ່າ 20% ມາຈາກການຂາຍແກ໊ສ ທຳມະຊາດ, ມຽນມາມີແຫຼ່ງ ແກ໊ສທຳມະຊາດຫຼາຍແຫ່ງ ຊຶ່ງລວມເຖິງແຫຼ່ງແກ໊ສທຳມະຊາດຢາດານາ ແລະແຫຼ່ງແກ໊ສ ທຳມະຊາດເຢຕາກຸນທີ່ຖືກຄົ້ນພົບໃນປີ 1990, ນອກຈາກນີ້ຍັງມີແຫຼ່ງແກ໊ສທຳມະຊາດສ່ວຍຖືກຄົ້ນພົບໃນ  2014 ແລະເປັນແຫຼ່ງໃຫຍ່ໃນການສົ່ງອອກໄປ ສປ ຈີນ.

ຂະນະດຽວກັນນັບຈົນເຖິງເດືອນກໍລະກົດທີ່ຜ່ານມາ ການລົງທຶນຈາກຕ່າງປະເທດໃນຂະແໜງນໍ້າມັນ ແລະ ແກ໊ສມີຈຳນວນ 154 ໂຄງການມີມູນຄ່າຢູ່ທີ່ 22 ຕື້ໂດລາ ນັບຕັ້ງແຕ່ມຽນມາເປີດການລົງທຶນໃນຂະແໜງດັ່ງກ່າວໃນທ້າຍປີ 1988 ຄິດເປັນອັດຕາສ່ວນ 27,59% ຂອງການລົງທຶນທັງໝົດ ແລະເປັນຂະແໜງອຸດສາຫະກຳອັນດັບທຳອິດທີ່ນັກລົງທຶນຕ່າງປະເທດລົງທຶນໃນມຽນມາ.

 ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ