ຝຶກອົບຮົມການນຳໃຊ້ຄອມພິວເຕີ ໃຫ້ຂະແໜງສຶກສາເມືອງພີນ

    ຄະນະເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານຂອງມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ຈັດຊຸດຝຶກອົບຮົມການນຳໃຊ້ຄອມພິວເຕີຂັ້ນພື້ນຖານແກ່ຜູ້ບໍລິຫານ ແລະວິຊາການຂະແໜງການສຶກສາຂອງເມືອງພີນໃນລະຫວ່າງ ວັນທີ 19-21 ກັນຍາ 2019 ທີ່ສະໂມສອນເມືອງພີນ ໂດຍການເປັນກຽເຂົ້າຮ່ວມໃນພິທີເປີດຊຸດອົບຮົມຄັ້ງນີ້ຂອງທ່ານ ສຸລິຍົງ ໄຊໂກສີ ຮັກສາການອະທິການບໍດີ ມຂ, ມີທ່ານ ວິຊິນ ມຸ່ງສິນຮັກສາການຄະນະເຕັກໂນໂລຊີ ແລະຂໍ້ມູນຂ່າວສານ,ມີວິທະຍາກອນ,ພ້ອມດ້ວຍສຳມະນາກອນທີ່ມີຈາກຂະແໜງການສຶກສາພາຍໃນເມືອງພີນເຂົ້າຮ່ວມ.

ທ່ານ ສຸລິຍົງ ໄຊໂກສີ ກ່າວ ວ່າ: ການເປີດຊຸດອົບຮົມໃນຄັ້ງນີ້້ ແມ່ນເປັນການຈັດຕັ້ງຜັນຂະຫຍາຍວຽກງານສາມສ້າງໃນຂະແໜງການສຶກສາລົງສູ່ທ້ອງຖິ່ນຮາກຖານເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມໜັກແໜ້ນເຂັ້ມແຂງ ຂຶ້ນເທື່ອລະກ້າວຈຸດປະສົງຂອງການເປີດຊຸດອົບຮົມກໍ່ເພື່່ອເປັນ ການຍົກລະດັບຄວາມຮູ້ຄວາມສາມາດກ່ຽວກັບການນຳໃຊ້ຄອມພິວ ເຕີຂັ້ນພື້້ນຖານໃຫ້ແກ່ຜູ້ບໍລິຫານ ແລະວິຊາການໃນຂະແໜງການສຶກສາພາຍໃນເມືອງພີນເພື່ອໃຫ້ ມີການນຳໃຊ້ເຕັກໂນໂລຊີ-ຂໍ້ມູນຂ່າວສານເຂົ້າໃນການຮຽນ-ການສອນພາຍໃນເມືອງດັ່ງກ່າວໃຫ້ ຫຼາຍຂຶ້ນກວ່າເກົ່າ.

--------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ