ສໍາລັບຄົນທີ່ເປັນພະຍາດ ສະເກັດເງິນ ຄວນຫຼີກລ້ຽງອາຫານເຫຼົ່ານີ້

  ສະເກັດເງິນເປັນໂລກຜິວໜັງທີ່ເກີດຈາກການແບ່ງໂຕຜິດປົກກະຕິຂອງເຊວຜິວໜັງຢ່າງໄວກວ່າປົກກະຕິ ໂດຍການກະຕຸ້ນຂອງສານເຄມີຈາກເຊວເມັດເລືອດຂາວຊະນິດ (T-cell) ເຮັດໃຫ້ເກີດອັກເສບຈົນເກີດເປັນຜື່ນໜາໃຫຍ່ມີລັກສະນະສີເງິນແລະແດງທົ່ວຮ່າງກາຍສາມາດເກີດຂຶ້ນໄດ້ທຸກເພດທຸກໄວແຕ່ບໍ່ສາມາດຕິດຕໍ່ກັນໂດຍກົງຊຶ່ງອາຫານການກິນມີສ່ວນສໍາຄັນຕໍ່ກັບພະຍາດສະເກັດເງິນຫຼາຍເພາະມັນສາມາດກະຕຸ້ນເຮັດໃຫ້ແຜ່ລາມໄປທົ່ວຕົນໂຕເຮົາສະນັ້ນເພື່ອສະກັດບໍ່ໃຫ້ພະຍາດແຜ່ລາມໄປຫຼາຍເຮົາຄວນຫຼີກລ້ຽງອາຫານເຫຼົ່ານີ້:

  • ບໍ່ຄວນຮັບປະທານອາຫານທີ່ມີໄຂມັນສູງ.
  • ອາຫານແປຮູບຕ່າງໆເພາະອາຫານເຫຼົ່ານີ້ເຂົາ ເຈົ້າຈະໃສ່ສານກັນບູດ ຊຶ່ງຈະສົ່ງຜົນເສຍຕໍ່ສຸຂະພາບ.
  • ຫຼີກລ້ຽງອາຫານປະເພດຈືນເພາະນໍ້າມັນຈະພາໃຫ້ເກີດຜື່ນສະເກັດເງິນຈະລາມອອກໄປທົ່ວ.
  • ຫຼີກລ້ຽງອາຫານລົດຈັດ ເຜັດ, ເຄັມ,ສົ້ມ,ຫວານເກີນ ເມື່ອເຮົາຮັບປະທານອາຫານລົດຊາດທີ່ຈັດຫຼາຍໆມັນຈະກະຕຸ້ນການຂະຫຍາຍໂຕຂອງພະຍາດສະເກັດເງິນ.
  • ຫຼີກລ້ຽງອາຫານດິບ ຫຼື ສຸກໆ ດິບໆ.
  • ງົດອາຫານທະເລເຊັ່ນ: ກຸ້ງ, ຫອຍ,ປູ ປາທູ ເນື່ອງຈາກອາຫານທະເລມີສານທີ່ກໍ່ໃຫ້ເກີດການອັກເສບຊຶ່ງເຮັດໃຫ້ອາການຂອງໂລກສະເກັດເງິນ ເກີດຂຶ້ນອີກ.
  • ອາຫານໝັກດອງບໍ່ວ່າຈະເປັນໝາກໄມ້ດອງ,ຜັກດອງ,ປາເຄັມ, ໄຂ່ເຄັມ,ກະປິ,ປາແດກ

• ແອວກໍຮໍແລະເຄື່ອງດື່ມທີ່ມີຄາເຟອິນ: ກາເຟ,ເຄື່ອງດື່ມຊູກໍາລັງຕ່າງໆ…

 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ