ອິນເດຍ ສັ່ງຫາ້ມຈາໍໜາ່ຍ-ນາໍເຂົ້າຢາສູບໄຟຟ້າ

 ຄະນະລັດຖະມົນຕີອິນເດຍ ໄດ້ມີມະຕິໃນການຫ້າມຈຳໜ່າຍ, ຜະລິດ ແລະນຳເຂົ້າຢາສູບໄຟຟ້າເພື່ອແນໃສ່ປົກປ້ອງສຸຂະພາບຂອງປະຊາຊົນ ແຕ່ຈະສົ່ງຜົນກະທົບກັບ ແຜນການຂະຫຍາຍຕະຫຼາດຂອງບໍລິສັດຢາສູບຂະໜາດໃຫຍ່ຂອງໂລກ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ເນີຣມາລາສິທາຣາມັນລັດຖະມົນຕີກະຊວງການເງິນຂອງອິນເດຍກ່າວວ່າ:ລັດຖະບານຈະມີຄຳສັ່ງຫ້າມຜະລິດຢາສູບ ໄຟຟ້າ ເພື່ອຊ່ວຍຄວບຄຸມການບໍລິ ໂພກຢາສູບພາຍໃນປະເທດ,ຢາສູບໄຟຟ້ານັບມື້ເພີ່ມຂຶ້ນ ເຮັດໃຫ້ ເກີດຄວາມສ່ຽງຕໍ່ສຸຂະພາບຫຼາຍຂຶ້ນເນື່ອງຈາກຢາສູບໄຟຟ້າຖືກ ນຳໄປໃຊ້ເພື່ອສະແດງເຖິງຄວາມ ນິຍົມ ແລະບໍ່ໄດ້ນຳມາໃຊ້ ເພື່ອ ການເລີກຢາສູບໂດຍສະເພາະອິນເດຍແຕ່ລະປີມີຜູ້ເສຍຊີວິດຈາກຢາສູບຫຼາຍກວ່າ 900.000 ຄົນຕໍ່ປີ,ປະຈຸບັນ, ອິນເດຍມີຜູ້ສູບຢາ 106 ລ້ານຄົນ ຈັດເປັນອັນດັບ 2 ຖັດ ຈາກປະເທດ ສປ ຈີນ.

ຢ່າງໃດກໍຕາມການຫ້າມຢາສູບໄຟຟ້າຂອງອິນເດຍໃນຄັ້ງນີ້ຈະອອກມາໃນຮູບແບບຂອງຄຳສັ່ງ ທາງການບໍລິຫານຊຶ່ງມັກໃຊ້ກັບມາດຕະການສຸກເສີນເມື່ອລັດຖະສະພາປິດສະໄໝປະຊຸມ.

   ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ