ໂອອິຊິດີ ປັບຫຸູດເສດຖະກິດໃນປີນີ້-ປີໜ້າ

  ອົງການເພື່ອການຮ່ວມມື ແລະການພັດທະນາທາງເສດຖະກິດ (ໂອອີຊີດີ) ປັບຫຼຸດຕົວເລກ ຄາດການຂະຫຍາຍຕົວຂອງເສດຖະກິດໂລກໃນປີນີ້ ແລະປີໜ້າລົງ ໄປຢູ່ລະດັບຕໍ່າສຸດນັບຕັ້ງແຕ່ເກີດ ວິກິດການເງິນໂລກ.

ຕາມຂ່າວຕ່າງປະເທດລາຍງານວ່າ ໂອອີຊີດີ ປັບຫຼຸດຕົວເລກຄາດການຂະຫຍາຍຕົວຂອງເສດ ຖະກິດໂລກຢູ່ໃນລະດັບຕໍ່າສຸດ 2,9% ຈາກ 3,2% ໃນປີນີ້ ແລະ ປີໜ້າປັບຫຼຸດ 3% ຈາກຄາດການ ໄວ້ກ່ອນໜ້ານີ້ 3,4%  ເນື່ອງຈາກ ບັນຫາຄວາມເຄັ່ງຕຶງທາງການຄ້າທີ່ເພີ່ມຂຶ້ນໃນຫຼາຍພາກພື້ນຂອງ ໂລກ, ສ່ວນຄາດການເສດຖະກິດອາເມລິກາຈະຂະຫຍາຍຕົວປະມານ 2,4% ໃນປີນີ້ຫຼຸດລົງ 0,4% ແລະຂະຫຍາຍຕົວຕໍ່າກວ່າປີກາຍນີ້ 2,9% ສ່ວນປີໜ້າຈະຂະຫຍາຍຕົວ 2% ຫຼຸດລົງ 0,3%, ຂະນະທີ່ ເສດ ຖະກິດ ສປ ຈີນຈະຂະຫຍາຍຕົວ 6,1% ໃນປີນີ້ຫຼຸດລົງ 0,1% ແລະປີໜ້າຈະຂະຫຍາຍຕົວ 5,7% ຫຼຸດ ລົງ 0,3%.

ການປັບຫຼຸດຄາດຄະເນການເຕີບໂຕທາງເສດຖະກິດໂລກຂອງ ໂອອີຊີດີ ມີຂຶ້ນຫຼັງຈາກກອງທຶນການເງິນສາກົນ (ໄອເອັມເອຟ)ໄດ້ປັບຫຼຸດຄາດຄະເນການເຕີບໂຕ ເສດຖະກິດໂລກໃນເດືອນກໍລະກົດທີ່ຜ່ານມາຍ້ອນສົງຄາມການຄ້າລະຫວ່າງອາເມລິກາ ແລະ ສປ ຈີນ.

 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ