ອັດຕະປື ສືບຕໍ່ຊຸກຍູ້ການເສຍຄ່າທໍານຽມທາງ

   ໂດຍປະຕິບັດຕາມລັດຖະບັນຍັດຂອງປະທານປະເທດສະບັບເລກທີ 001/ປປທ, ລົງວັນທີ 20 ກັນຍາ 2017 ວ່າດ້ວຍຄ່າທຳນຽມທາງແລະບັນດານິຕິກຳຕ່າງໆ ຊຶ່ງການເສຍຄ່າທຳນຽມທາງຜ່ານລະບົບທະນາຄານ ແມ່ນໄດ້ເລີ່ມປະຕິບັດແຕ່ປີ 2017 ເປັນຕົ້ນມາ, ດັ່ງນັ້ນ ໃນວັນທີ19 ກັນຍາ 2019 ທີ່ປ້ອມຕໍາຫຼວດ ຫຼັກ 7

 ເມືອງສາມັກຄີໄຊ ແຂວງອັດຕະປື ເສັ້ນທາງ 1 ໄອສ່ວຍສາອາກອນປະຈຳແຂວງອັດຕະປື ສົມທົບກັບເຈົ້າໜ້າທີ່ຈາລະຈອນແຂວງ ແລະທະນາຄານການຄ້າຕ່າງປະ ເທດລາວມະຫາຊົນສາຂາແຂວງອັດຕະປື, ໄດ້ສືບຕໍ່ເຄື່ອນໄຫວການຊຸກຍູ້ເສຍຄ່າທໍານຽມທາງປະຈຳປີ 2019 ໂດຍການນໍາພາຂອງທ່ານຮອງຫົວໜ້າສ່ວຍສາອາກອນປະຈຳແຂວງອັດຕະປື, ມີບັນດາເຈົ້າໜ້າທີ່ຕໍາຫຼວດຈະລາຈອນແຂວງພ້ອມດ້ວຍຜູ້ຕາງໜ້າທັງສາມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນຂະບວນຟົດຟື້ນ.

ການເຄື່ອນໄຫວຄັ້ງນີ້ແມ່ນເປັນຈຸດທີ 3 ຂອງແຜນການເຄື່ອນໄຫວໃນຂອບເຂດທົ່ວແຂວງ ແລະ ຍັງຈະສືບຕໍ່ເຄື່ອນໄຫວເພີ່ມຕື່ມອີກ 4 ຕົວເມືອງທັງນີ້ກໍເພື່ອເປັນ ການປຸກລະດົມ, ກະຕຸກຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ ອົງການຈັດຕັ້ງພັກ-ລັດ, ບັນດາ ຫົວໜ່ວຍທຸລະກິດແລະປະຊາຊົນ ບັນດາເຜົ່າໄດ້ມາເສຍຄ່າທໍານຽມ ທາງຜ່ານລະບົບທະນາຄານຢ່າງ ເປັນຂະບວນຟົດຟື້ນ, ອັນສໍາຄັນ ກໍ່ແມ່ນເປັນແບບຢ່າງນໍາໜ້າສະ ແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈທີ່ປະກອບສ່ວນເຂົ້າ ໃນການສ້າງສາພັດທະນາປະເທດຊາດ.

  ການເສຍຄ່າທຳນຽມທາງຜ່ານລະບົບທະນາຄານແມ່ນສາມາດຊຳລະໄດ້ 5 ຊ່ອງທາງຄື: ແອັບພຣີເຄເຊີນມືຖື, ຕູ້ເອທີເອັມເຄົາເຕີທະນາຄານ,ຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດ, ຕູ້ອັດຕະໂນມັດ, ໂດຍສັງເກດເຫັນໄດ້ວ່າບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງພາຍໃນແຂວງອັດຕະປື ມີຄວາມຕື່ນຕົວໃນການແຈ້ງ ແລະຊຳລະຄ່າທຳນຽມທາງຫຼາຍຂຶ້ນ.

-----------

ຂຽນໂດຍຫຼວງອາໄພ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ