ດີເຄ ແລະວຽງຈັນຄວ້າແຊ້ມ ບານເຕະເຍົາວະຊົນ

  ສະໂມສອນ ດີເຄ ເອັບຊີ ຄອງແຊ້ມໄດ້ເຖິງ 2 ຮຸ່ນໃນ ຄືຢູ-13 ແລະຢູ-16 ພ້ອມທັງໄດ້ຫຼຽນຄຳຄ້ອງຄໍສ່ວນແຊ້ມ ແລະຫຼຽນຄຳ ຢູ-11 ຕົກເປັນຂອງສະໂມສອນອາຄາເດມີ້ ວຽງຈັນເອັບທີ ບານເຕະເຍົາວະຊົນປະເພດທິມ 11 ຄົນ ກໍຄືຊີງຂັນປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ (ນວ)ປະຈຳປີ 2019 ເພື່ອເປັນການເລືອກເຟັ້ນນັກກີລາທີ່ມີພອນ ສະຫວັນດີເດັ່ນກຽມຕາງໜ້ານະ ຄອນຫຼວງວຽງຈັນ ເຂົ້າຮ່ວມການ ແຂ່ງຂັນລາຍການຕ່າງໆ ທັງພາຍໃນ ແລະພາຍນອກ ໂດຍສະເພາະ ງານມະຫາກຳກີລານັກຮຽນທົ່ວປະເທດ ຄັ້ງທີ Vll ທີ່ແຂວງສາ ລະວັນ ເປັນເຈົ້າພາບຈະຈັດຂຶ້ນໃນ ປີ 2022.

ການແຂ່ງຂັນບານເຕະເຍົາວະ ຊົນ 3 ຮຸ່ນ ຄື ຮຸ່ນອາຍຸ 11 ປີ, 13 ປີ ແລະ16 ປີ ຊີງຂັນປະທານສະຫະພັນບານເຕະ ນວ ໃນຄັ້ງນີ້ໄດ້ມີຂຶ້ນເມື່ອວັນທີ 21 ກັນຍາ ຜ່ານມາ ທີ່ສະໜາມກີລາເຈົ້າອານຸວົງເມືອງຈັນທະບູລີ ນະຄອນຫຼວງ ວຽງຈັນ ພາຍຫຼັງທີ່ດຳເນີນການ ແຂ່ງຂັນມາແຕ່ວັນທີ 7 ກັນຍາ 2019 ໂດຍໃຫ້ກຽດເຂົ້າຮ່ວມ ແລະມອບລາງວັນຂອງທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານ ກະເສມອິນທະລາ ຮອງເລຂາທິການຄະນະກໍາມະການໂອແລມປິກແຫ່ງຊາດລາວ ແລະທ່ານ ວຽງ ສະຫວັນ ແສງຈັນ ປະທານສະຫະ ພັນບານເຕະນະຄອນຫຼວງວຽງຈັນ ພ້ອມດ້ວຍຄູຝຶກ, ນັກກີລາຕະຫຼອດຮອດກອງເຊຍກໍຄືພໍ່ແມ່ຜູ້ປົກຄອງນັກກີລາເຂົ້າຮ່ວມຢ່າງເກືອບ 1 ພັນຄົນ.

ສໍາລັບລາຍການດັ່ງກ່າວມີ 10 ສະໂມສອນເຂົ້າຮ່ວມແຂ່ງຂັນປະກອບມີສະໂມສອນ ດີເຄ ເອັບຊີ, ສະໂມສອນ ໄກ່ປ່າ ເອັບຊີ, ສະໂມ ສອນ ອາຄາເດມີ້ວຽງຈັນ ເອັບທີ, ສະໂມສອນຈິງໃຈ ເອັບຊີ, ສະໂມສອນ ປະສານໃຈ ເອັບຊີ, ສະໂມ ສອນ ທະເວັນຕິຊິກ ຢູໄນເຕັດ, ສະໂມສອນ ຕາວັນ ຊີຊີ-55, ສະໂມ ສອນ ລ໋ອບ ສະເຕດ້ຽມສະປອດ ແລະເຈົ້າພາບ ສະໂມສອນນະຄອນຫຼວງ ໂດຍທັງ 3 ຮຸ່ນດັ່ງກ່າວມີ 6 ທີມເຂົ້າຮ່ວມ ແຕ່ລະຮຸ່ນແບ່ງອອກ ເປັນ 2 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເອົາທີ 1-2 ຜ່ານເຂົ້າ ຮອບຕໍ່ໄປການແຂ່ງຂັນໃຊ້ເວລາ 3 ອາທິດ ລະຫວ່າງວັນທີ 7-21 ກັນຍາ 2019 ສໍາເລັດເພື່ອເປັນ ການເລືອກເຟັ້ນນັກກີລາທີ່ມີພອນ ສະຫວັນດີເດັ່ນກຽມຕາງໜ້ານະຄອນຫຼວງວຽງຈັນ ເຂົ້າຮ່ວມການ ແຂ່ງຂັນລາຍການຕ່າງໆ ທັງພາຍໃນ ແລະພາຍນອກ ໂດຍສະເພາະ ງານມະຫາກຳກີລານັກຮຽນທົ່ວປະເທດ ຄັ້ງທີ  Vll ທີ່ແຂວງສາ ລະວັນ  ເປັນເຈົ້າພາບຈະຈັດຂຶ້ນໃນ ປີ 2022.

ສໍາລັບນັດຊີງຊະນະເລີດຮຸ່ນ 11 ປີ ແລະ13 ປີ ຈັດຂຶ້ນໃນຕອນເຊົ້າ ແລະຮຸ່ນ 16 ປີຈັດຂຶ້ນໃນຕອນແລງຂອງວັນດັ່ງກ່າວຜ່ານການ ແຂ່ງຂັນປາກົດວ່າ: ຮຸ່ນ 11 ປີ ຮອບຊີງຊະນະເລີດທິມວຽງຈັນ ເອັຟຊີສາມາດໄລ່ຖະຫຼົ່ມເອົາຊະນະປະສານໃຈຂາດຮອຍ 4-0 ປະຕູ ຄວ້າແຊ້ມ ແລະຫຼຽນຄຳໄປຄ້ອງຄໍ ສ່ວນປະສານໃຈໄດ້ພຽງຫຼຽນເງິນ ສ່ວນນະຄອນຫຼວງວຽງຈັນ ໄດ້ຮັບຫຼຽນທອງຂະນະທີ່ຮຸ່ນ 13  ປີຮອບຊີງຊະນະເລີດຕະຫຼອດໄລຍະເກມ 2 ຕັ້ງ ລວມ 60 ນາທີ ທິມດີເຄ ເອັບຊີ ແລະທິມວຽງຈັນ ເອັບທີບໍ່ສາມາດເອົາຊະນະກັນໄດ້ສະເໝີ  0-0 ປະຕູ ຕ້ອງມາດວນຈຸດໂທດກັນ ແລະກໍເປັນທິມດີເຄ ຍິງແມ້ນກວ່າເປັນຝ່າຍເອົາຊະນະຈຸດໂທດ 3-0 ປະຕູ ໄດ້ແຊ້ມ ແລະຫຼຽນຄຳໄປຄອງສ່ວນວຽງຈັນ ໄດ້ພຽງ ຫຼຽນເງິນແລະທິມທຣານຟໍເມເຊິນ ໄດ້ຫຼຽນທອງຂະນະທີ່ ຮຸ່ນ 16 ປີ ຮອບຊີງຊະນະເລີດທິມດີເຄ ເອັຟຊີແລະທິມທະເວັນຕີຊິກ ບໍ່ສາມາດ ຍິງປະຕູກັນສະເໝີ  0-0  ປະຕູ ຕ້ອງມາດວນຈຸດໂທດ ແລະເປັນ ດີເຄຍິງແມ້ນກວ່າ ເປັນເອົາຊະນະຈຸດໂທດ 6-5 ປະຕູ ໄດ້ແຊ້ມ ແລະ ຫຼຽນຄຳ ລາຍການດັ່ງກ່າວໄປ ຄອງເຊັ່ນກັນສ່ວນທະເວັນຕີຊິກໄດ້ ພຽງຫຼຽນເງິນ ແລະທິມວຽງຈັນ ໄດ້ຫຼຽນທອງ.

ນອກຈາກນີ້ແລ້ວ, ກໍຍັງມີລາງ ວັນນັກເຕະບານດີເດັ່ນ ຢູ-11 ປີ ຕົກເປັນຂອງທ້າວ ທິດພະຈັນມະນີລາດ ຈາກສະໂມສອນນະຄອນ ຫຼວງ,  ຢູ-13  ປີ  ຕົກເປັນຂອງທ້າວ ພູສົມບູນ ປັນຍາວົງ ຈາກສະໂມ ສອນວຽງຈັນ ເອັບທີ ແລະຢູ-16 ປີ ທ້າວ ພຸດສະດີ ບາສະຫວັນທອງຈາກສະໂມສອນ ດີເຄ ສ່ວນລາງ  ວັນເດາະບານດີເດັ່ນແຊ້ມຢູ-11 ປີຕົກເປັນຂອງທ້າວ ກາວິນ ຈາກ ສະໂມສອນ ປະສານໃຈ ເດາະໄດ້ 150 ຄັ້ງ, ແຊ້ມຢູ-13 ແມ່ນທ້າວ ກິຕ້າ ເຮືອງວິໄລ ຈາກສະໂມສອນ ວຽງຈັນ ເອັບທີ ເດາະໄດ້ 530 ຄັ້ງ ແລະແຊ້ມຢູ-16 ປີ ຕົກເປັນ ສຸລິໂຍ ອິນທະວົງ ຈາກສະໂມສອນ ວຽງຈັນເອັບທີ ເດາະໄດ້ 100 ຄັ້ງ.

-------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ