ລາວ ພ້ອມແລ້ວຈັດແຂ່ງຂັນຍິງປືນ ຊີງຂັນປະທານປະເທດ

  ສປປ ລາວ ມີຄວາມພ້ອມແລ້ວເຖິງ 90% ກຽມຈັດແຂ່ງ ຂັນກີລາຍິງປືນໄອພີເອັດຊີລະດັບສາກົນ ເລໂວ 3 ຊີງຂັນທ່ານປະທານປະເທດແຫ່ງ ສປປ ລາວ ໃນລະຫວ່າງວັນທີ 26-27 ຕຸລາ 2019 ປະຈຸບັນມີນັກກີລາຈາກ 5 ປະເທດເຂົ້າຮ່ວມປະກອບມີເຈົ້າພາບ ສປປ ລາວ, ໄທ, ຮົງກົງ, ສປ ຈີນ ແລະກຳປູເຈຍ.

ທ່ານ ພຸດທະສັກສຸກອາລຸນ ປະທານສະໂມສອນຍິງປືນໄອພີ ເອັດຊີລາວ ສະຫະພັນຍິງປືນແຫ່ງ ຊາດ ທັງເປັນຜູ້ອຳນວຍການສະໜາມຝຶກຊ້ອມກີລາຍິງປືນ  5 ເມສາໃຫ້ຮູ້ວ່າ: ເມື່ອເດືອນກໍລະກົດ 2019 ຜ່ານມາ ສະໂມສອນຍິງປືນ ໄອພີເອັດຊີລາວ ສະຫະພັນ ຍິງປືນແຫ່ງຊາດ ໄດ້ສົ່ງໜັງສືເຊີນເຖິງ 10 ປະເທດ ທີ່ຢູ່ໃນຂົງເຂດ ອາຊຽນ, ອາຊີ ແລະເອີຣົບກໍຄືໃນທົ່ວໂລກພ້ອມທັງແຈ້ງເຖິງສະຫະພັນຍິງປືນໄອພີເອັດຊີໂລກຮັບຮູ້ ກ່ຽວກັບເຈດຈຳນົງ ສປປ ລາວໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນກີລາຍິງປືນໄອພີເອັດຊີ ລະດັບສາກົນເລໂວ 3 ຊີງຂັນທ່ານ ປະທານປະເທດແຫ່ງ ສປປ ລາວລະຫວ່າງວັນທີ 26-27 ຕຸລາ 2019 ນັບມາຮອດປະຈຸບັນການຫ້າງຫາກະກຽມຄວາມພ້ອມດ້ານ ຕ່າງໆ ເປັນຕົ້ນແມ່ນດ້ານທີ່ພັກ ແລະສະໜາມຈັດການແຂ່ງຂັນໄດ້ ມີຄວາມຄືບໜ້າເຖິງ 90% ແລ້ວ ແລະໃນວັນທີ 15 ຕຸລາ 2019 ກໍຈະສຳເລັດຢ່າງສົມບູນ 100% ປະຈຸບັນມີນັກກີລາຈາກ 5 ປະເທດ ລາວ, ໄທ, ຮົງກົງ, ສປ ຈີນ ແລະ ກຳປູເຈຍ ແຈ້ງເຈດຈຳນົງເຂົ້າ ຮ່ວມແຂ່ງຂັນເປັນທີ່ຮຽບຮ້ອຍ ແລະຈະປິດຮັບສະໝັກແຂ່ງຂັນໃນວັນທີ 30 ກັນຍານີ້ ໂດຍສະເພາະ ເຈົ້າພາບ ສປປ ລາວເຮົາ ປີນີ້ຈະສົ່ງນັກກີລາແມ້ນປືນຕາງໜ້າທັບ ນັກກີລາລາວ  ເຂົ້າຮ່ວມຊີງໄຊ 30 ຄົນ ໃນນັ້ນມີນັກກີລາຍິງຈຳນວນ 3 ຄົນ.  

ທ່ານ ພຸດທະສັກສຸກອາລຸນ ໃຫ້ຮູ້ຕື່ມວ່າ:ການແຂ່ງຂັນກີລາຍິງປືນໄອພີເອັດຊີ ລະດັບສາກົນລໂວ 3 ຊີງຂັນທ່ານປະທານປະເທດແຫ່ງ ສປປ ລາວ ຄັ້ງນີ້ຈະ  ມີການຊີງໄຊກັນທັງໝົດ 6 ລາຍການຈາກ 15 ສະໜາມປະກອບມີ:ປະເພດປືນໂອເພັນ, ສະແຕນດາດ, ໂປຣດັກຊັນ, ໂປຣດັກຊັນ ອັອບຕິກ,ຄລາດສິກ ແລະຣີໂວນເວີ ໃນເບື້ອງຕົ້ນສ່ວນຄວາມຄືບໜ້າຂອງນັກກີລາລາວ ທຸກຄົນໄດ້ ມີຄວາມຫ້າວຫັນ ແລະເອົາໃຈໃສ່ ເຂົ້າໃນການເກັບຕົວຝຶກຊ້ອມຢ່າງ ເປັນປົກກະຕິພ້ອມທັງມີການພັດທະນາຄວາມສາມາດຂອງຕົນກ້າວຂຶ້ນໄປອີກຂັ້ນໜຶ່ງແຕ່ຖ້າຫາກສົມທຽບໃສ່ນັກກີລາຢູ່ເຂດເອີຣົບແລ້ວສີມືນັກກີລາລາວເຮົາຍັງຫ່າງໄກ ແລະຈະຕ້ອງຂຸ້ນຂ້ຽວຝຶກຊ້ອມໜັກກວ່າເກົ່າອີກເພື່ອເຮັດແນວໃດໃຫ້ ສາມາດສ້າງຜົນງານອອກມາດີທີ່ສຸດ.

------------------

 ໜັງສືພິມເສດຖະກິດ-ສັງຄົມ