ເຊີນຄົນຮັກຮູບເງົາເຂົ້າຮ່ວມ ເທສະການຮູບເງົານໍດິກ

  ສະຖານເອກອັກຄະລັດຖະທູດໃນກຸ່ມປະເທດສະແກນດິເນເວຍຄື ດານມາກ, ແຟງລັງ, ນໍແວ ແລະຊູແອັດ ເຊີນຊວນຄົນຮັກຮູບ ເງົາຮ່ວມກັນຈັດງານເທສະການຮູບເງົານໍດິກ 2019 ໃນວັນທີ 27-29 ກັນຍາທີ່ຈະມາເຖິງນີ້ຢູ່ທີ່ ຄໍວໍເທຍ ຊີເນອາດ.

ສະຖານເອກອັກຄະລັດຖະທູດດານມາກ, ແຟງລັງ,ນໍແວ ແລະຊູແອັດ ໄດ້ຮ່ວມກັນຈັດງານເທສະການຮູບເງົານໍດິກ 2019 ຂຶ້ນໂດຍມຸ່ງຫວັງທີ່ຈະເພີ່ມຄວາມສົນ ໃຈຮູບເງົານໍດິກ ຊຶ່ງເປັນພາກພື້ນ ທີ່ມີຄວາມສ້າງສັນ ແລະນະວັດຕະກຳໃນວົງການຮູບເງົາທັງຍັງ ປັນການຕອບສະໜອງຄວາມຕ້ອງການຂອງຮູບເງົາຄຸນນະພາບໃນຕະຫຼາດຮູບເງົາ, ໂດຍເທສະການ ນໍດິກ 2019 ຈະຈັດສາຍຢ່າງເປັນທາງການຢູ່ນະຄອນຫຼວງບາງ ກອກ ຂອງໄທນັບຕັ້ງແຕ່ວັນທີ  27-     29 ກັນຍານີ້ຢູ່ທີ່ ຄໍວໍເທຍ ຊີເນ ອາດ ຊັ້ນ 4 ສູນການຄ້າດິເອັມຄໍ ວໍເທຍ  ເພື່ອປະກາດຄວາມສຳເລັດ ຂອງຮູບເງົາກຸ່ມປະເທດນໍດິກສະ ເຫຼີມສະຫຼອງວັດທະນາທຳ ແລະ ສ້າງຄວາມຮູ້ດ້ານການພັດທະນາ ທີ່ຍືນຍົງ  ແລະການປ່ຽນແປງຂອງ ສະພາບອາກາດ, ຮູບເງົາທີ່ຄັດ ເລືອກເພື່ອເທສະການປີນີ້ມີຄື Becoming Astrid ຮູບເງົາ ຊີວະປະຫວັດຊີວິດໄວໜຸ່ມຂອງ Astrid Lindgren ນັກຂຽນສະວິດ, ຮູບເງົາເລື່ອງ What will people say” ແລະ“The Liver pool Goalie”, ຮູບເງົາເລື່ອງ My Stuff ຂອງແຟງລັງທີ່ມີ ເລື່ອງລາວກ່ຽວກັບການໃຫ້ຄຸນຄ່າ ຂອງວັດຖຸໃນຍຸກດິຈິຕອລກັບສິ່ງ ທີ່ມີຄຸນຄ່າງທາງຈິດໃຈ ແລະເລື່ອງ “One Last Deal” ທີ່ເປັນເລື່ອງລາວກ່ຽວກັບຄວາມສຳພັນ ຂອງຄອບຄົວ-ຄວາມທຸກຍາກ ແລະຮູບເງົາເລື່ອງອື່ນໆອີກຫຼວງ ຫຼາຍ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ