ຫວຽດນາມ ມີພື້ນຖານເສດຖະກິດ ດີທີ່ສຸດເພື່ອລົງທຶນ

   U.S.News & Wolrd Report (ບໍລິ ສັດສື່ມວນຊົນຂອງອາເມລິກາພິມຈຳໜ່າຍ ຂ່າວ, ຄຳເຫັນ,ປຶກສາດ້ານບໍລິໂພກ, ຕາຕະລາງຈັດອັນດັບ ແລະໄຈ້ແຍກ) ຫາກໍປະກາດຈັດ ອັນດັບບັນດາພື້ນຖານເສດຖະກິດດີທີ່ສຸດໃນ ການລົງທຶນປີ 2019 ໂດຍ ສສ ຫວຽດນາມ ຕິດອັນດັບ 20 ພື້ນຖານເສດຖະກິດດີທີ່ສຸດເພື່ອລົງທຶນ.

ຕາມຂ່າວສານຫວຽດນາມລາຍງານວ່າໃນນັ້ນ,ຫວຽດນາມໄດ້ລື່ນກາຍບັນດາປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ລວມມີ:ມາເລເຊຍ, ອີນໂດເນເຊຍ ແລະສິງກະໂປ, ຢືນຢູ່ ອັນດັບທີ 8,ຈາກອັນດັບທີ 23 ໃນປີ 2018, ຕາຕະລາງຈັດອັນດັບໄດ້ອີງຕາມ 8 ມາດຖານລວມມີ:ຈິດໃຈເລີ່ມຕົ້ນທຸລະກິດ,ສະຖຽນລະພາບ ດ້ານເສດຖະກິດ,ນະໂຍບາຍພາສີທີ່ມີຄວາມສະ ດວກ, ຫົວຄິດປະດິດສ້າງ, ແຮງງານທີ່ມີສີມື, ວິ ຊາສະເພາະດ້ານເຕັກໂນໂລຊີ, ຄວາມຂະຫຍັນຂັນເຄື່ອນ ແລະໄພສໍ້ລາດບັງຫຼວງ.

U.S.News & Wolrd Report ໄດ້ຕີລາຄາ ວ່າ ບັນດາການປະຕິຮູບນະໂຍບາຍເສດຖະກິດ ໄດ້ຊ່ວຍໃຫ້ຫວຽດນາມກາຍເປັນປະເທດທີ່ມີຄວາມແຂ່ງຂັນ ແລະທັນສະໄໝກວ່າ, ຫວຽດ ນາມພວມນັບມື້ນັບເຊື່ອມໂຍງເລິກກວ່າອີກເມື່ອກາຍເປັນສະມາຊິກຂອງອົງການການຄ້າໂລກ (WTO), ສປຊ,ກໍ່ຄືການເຂົ້າຮ່ວມອາຊຽນ, ເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟິກພ້ອມກັບບັນດາສັນຍາການຄ້າໃຫຍ່.

 ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ