ກຳປູເຈຍ ຈະເປີດໂຕ APP ການທ່ອງທ່ຽວ

  ທ່ານໂຊເຄຼິກຢາຮອງລັດຖະມົນຕີກະຊວງການທ່ອງທ່ຽວ ກຳປູເຈຍຖະແຫຼງເມື່ອບໍ່ດົນມານີ້ ວ່າ, ກຳປູເຈຍຈະເປີດໂຕ APP ສຳລັບການທ່ອງທ່ຽວອັນທຳອິດ ຂອງລັດຖະບານອອກໃນເດືອນຕຸ ລາປີນີ້ ຊຶ່ງ APP ນີ້ຊື່ວ່າ: Cam bodia Tourist Assist (CTA), ເພື່ອສະໜອງຂໍ້ມູນຂ່າວສານດ້ານການທ່ອງທ່ຽວໃຫ້ແກ່ນັກທ່ອງ ທ່ຽວໃນໂລກ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ໂຊເຄຼິກຢາ ແນະນຳ ວ່າ, APP ດັ່ງກ່າວຈະສະໜອງຂໍ້ ມູນຂ່າວສານທຸກດ້ານເຊັ່ນ: ເສັ້ນ ທາງທ່ອງທ່ຽວ,ການຄົມມະນາ ຄົມ, ບ່ອນທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະອື່ນໆ ດ້ວຍ 6 ພາສາ, ຍັງໄດ້ຈັດໃຫ້ມີປຸ່ມຂໍຄວາມ ຊ່ວຍເຫຼືອ SOS, ໃນເວລາພົບ ກໍລະນີສຸກເສີນຢູ່ກຳປູເຈຍ, ນັກ ທ່ອງທ່ຽວສາມາດກົດປຸ່ມນີ້ເພື່ອຂໍຄວາມຊ່ວຍເຫຼືອຈາກພາກສ່ວນ ທີ່ກ່ຽວຂ້ອງຂອງລັດຖະບານກຳ ປູເຈຍ. ໃນຫຼາຍປີມານີ້, ຂະແໜງ ການທ່ອງທ່ຽວໄດ້ກາຍເປັນເສົາ ຄ້ຳໜຶ່ງຂອງອຸດສາຫະກຳກຳປູ ເຈຍ, ປີ 2018, ກຳປູເຈຍໄດ້ຮັບ ຕ້ອນນັກທ່ອງທ່ຽວຕ່າງປະເທດ 6,2 ລ້ານເທື່ອຄົນ, ລາຍໄດ້ຈາກ ການທ່ອງທ່ຽວກວມ ຈີດີພີ ຂອງ ກຳປູເຈຍ 12,7% ແລະໄດ້ເຕີບໂຕ ດ້ວຍຄວາມໄວ 5%-10% ຕໍ່ປີ, ຊຶ່ງ ສປ ຈີນ ແຂກທ່ອງທ່ຽວອັນດັບ ທີ 1 ຂອງກຳປູເຈຍ, ປີ 2 018, ນັກທ່ອງທ່ຽວຈີນໄປກຳປູເຈຍມີ ເຖິງປະມານ 2 ລ້ານເທື່ອຄົນ, ຄາດ ວ່າ ປີ 2019 ຈະບັນລຸເຖິງ 2,6 ລ້ານເທື່ອຄົນ, ປີ 2020 ຈະບັນລຸ ເຖິງ 3 ລ້ານເທື່ອຄົນທ່ານໂຊເຄຼິກ ຢາ ກ່າວວ່າ, ກຳປູເຈຍ ແລະຈີນ ພວມເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ແຜນຍາວໄກ ແມ່ນໃນປີ 2030, ດຶງດູດນັກທ່ອງ ທ່ຽວຈີນເຖິງ 8 ລ້ານເທື່ອຄົນ.

ຕາມການແນະນຳໃຫ້ຮູ້ວ່າ, ຕະຫຼາດການທ່ອງທ່ຽວຂອງກຳປູເຈຍໃນປະຈຸບັນຍັງມີຊ່ອງຫວ່າງ ເຕີບໂຕຢ່າງຫຼວງຫຼາຍ, ຍິນດີ ຕ້ອນຮັບວິສາຫະກິດຕ່າງປະເທດ ເຂົ້າໄປລົງທຶນໃນຂະແໜງການ ທ່ອງທ່ຽວຢູ່ກຳປູເຈຍ.

  ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ