ຂົວຂ້າມແມ່ນໍ້າຢາງກຸ້ງ ໂອກາດທາງເສດຖະກິດ

  ມຽນມາກຳລັງສ້າງຂົວຂ້າມແມ່ນໍ້າຢາງກຸ້ງເຊື່ອມເມືອງດາລາກັບນະຄອນຢາງກຸ້ງ ຊຶ່ງຂົວແຫ່ງນີ້ກໍ່ໃຫ້ເກີດຄວາມຫວັງກັບຫຼາຍຄົນ.ຕາມຂ່າວຕ່າງປະເທດລາຍ ງານວ່າດາລາເປັນເມືອງນ້ອຍໆ ຂອງມຽນມາທີ່ຫ່າງຈາກໃຈກາງ ນະຄອນຢາງກຸ້ງພຽງແຕ່ແມ່ນໍ້າ ກັ້ນ ແຕ່ສະພາບຄວາມເປັນຢູ່ແຕກຕ່າງກັນຫຼາຍ ໂຄງການສ້າງຂົວຂ້າມແມ່ນໍ້າທີ່ຈະສຳເລັດໃນປີ 2022 ຈຶ່ງເປັນເໝືອນຄວາມຫວັງ ໃຫ້ກັບປະຊາຊົນໃນເຂດນີ້, ໂຄງ ການກໍ່ສ້າງຂົວແຫ່ງນີ້ມີມູນຄ່າ 168 ລ້ານໂດລາສະຫະລັດ ທີ່ຈະ ຊ່ວຍຄົມມະນາຄົມສະດວກຂຶ້ນ ເນື່ອງຈາກຊາວບ້ານຫຼາຍພັນຄົນ ຈາກເມືອງດາລາຕ້ອງນັ່ງເຮືອ ໄປຢາງກຸ້ງຫຼາຍຄັ້ງຄົນເຈັບໄປ ໂຮງໝໍບໍ່ທັນແຕ່ຖ້າມີຂົວເຊື່ອມຕໍ່ ພຽງເດີນທາງບໍ່ທໍ່ໃດກໍເຖິງຢາງ ກຸ້ງແລ້ວ,ຊາວບ້ານດາລາເຫັນ ຄວາມປ່ຽນແປງຂອງຝັ່ງກົງກັນ ຂ້າມຢ່າງຊັດເຈນ ເມື່ອນັກລົງທຶນ ທຸ່ມເງິນຫຼາຍຕື້ໂດລາມາທີ່ຢາງກຸ້ງ,ໂຮງແຮມຫ້າດາວ ແລະຫ້າງ ສັບພະສິນຄ້າຫຼູເຕັມໄປດ້ວຍສິນຄ້າທີ່ມີຍີ່ຫໍ້ຫຼາກຫຼາຍເກີດຂຶ້ນແຂ່ງຂັນກັນ.ແຕ່ທີ່ເມືອງດາລາມີແຕ່ຝຸ່ງແກະຍາງເຕັມຢູ່ທົ່ງນາ ທາງສັນຈອນ ໄປມາເປັນຂຸມ ມີແຕ່ຄວັນລົດຈັກ ແລະລົດຕຸກຕຸກ ຮູບພາບເຫຼົ່ານີ້ບໍ່ ມີໃນກາງນະຄອນຢາງກຸ້ງ ໂລກ 2 ໃບທີ່ແຕກຕ່າງກັນມີພຽງເຮືອ ຂ້າມຟາກ ແລະເຮືອໄມ້ເທົ່ານັ້ນທີ່ເຊື່ອມໂຍງເຂົ້າໄວ້.

  ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ