ໂຮງຮຽນ ມປ ໂພນສະຫວັນ ໄຂສົກຮຽນໃໝ່

  ໃນວັນທີ 19 ກັນຍາຜ່ານມາທີ່ສະໂມສອນໂຮງຮຽນ ມປ ໂພນສະຫວັນໄດ້ຈັດພິທີສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາສົກຮຽນ 2018- 2019 ແລະໄຂສົກຮຽນໃໝ່ 2019-2020 ໂດຍມີທ່ານຖາວອນອິນສີຊຽງໃໝ່ຮອງຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ພອນເພັດສຸດທິໄຊຍະລາດອໍານວຍການໂຮງຮຽນ ມປ ໂພນສະຫວັນໄດ້ສະຫຼຸບຄືນ ການເຄື່ອນໄຫວວຽກງານດ້ານ ຕ່າງໆ ໃນໄລຍະຜ່ານມາເປັນຕົ້ນວຽກພັດທະນາຫຼັກສູດ, ວຽກປັບປຸງຄຸນນະພາບການຮຽນ-ການສອນ, ບໍລິຫານຄຸ້ມຄອງການສຶກ ສາ,ປັບປຸງການຈັດຕັ້ງ,ການເຄື່ອນໄຫວນອກຫຼັກສູດ ໂດຍສະ ເພາະ 5 ຫຼັກມູນຂອງການສຶກສາ, ການຈັດຕັ້ງນະໂຍບາຍ ແລະອື່ນໆ, ສຳລັບວຽກການຮຽນ-ການສອນ ສົກຮຽນຜ່ານມານັກຮຽນສາມາດ ເສັງເລື່ອນຊັ້ນ ແລະຈົບຊັ້ນໄດ້ລື່ນຄາດໝາຍຕາມແຜນການ, ຊັ້ນ ມ1 ມີນັກຮຽນ 86 ຄົນເສັງໄດ້ 100%, ມ2 ມີ 73 ຄົນ ເສັງໄດ້ 100%, ມ5 ມີ 309 ຄົນ ເສັງ  ໄດ້ 100%, ມ6 ມີ 326 ຄົນ ເສັງໄດ້ 100% ແລະມ7 ມີ 216 ຄົນ ເສັງໄດ້ 100%, ນອກຈາກການຮຽນໄດ້ດີພາຍໃນໂຮງຮຽນແລ້ວຍັງໄດ້ສົ່ງນັກຮຽນເຂົ້າໄປ ເສັງນັກຮຽນເກັ່ງຂັ້ນແຂວງໃນວິ ຊາຕ່າງໆຕື່ມອີກ, ຈາກນັ້ນກໍ່ໄດ້ຜ່ານແຜນພັດທະນາການສຶກສາປະຈຳສົກຮຽນ 2019-2020 ຕື່ມອີກ, ໂດຍເລັ່ງໃສ່ປະຕິບັດໃຫ້ຄົບຕາມ 5 ຫຼັກມູນຂອງການສຶກສາພ້ອມສືບຕໍ່ປັບປຸງຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບສູງຂຶ້ນ.

ຈາກນັ້ນຄະນະຮັບຜິດຊອບແຕ່ລະຊັ້ນຮຽນແລະຕາງໜ້ານັກຮຽນກໍ່ໄດ້ຂຶ້ນຈັບມືປະຕິບັດ 3 ຂໍ້ ແຂ່ງຂັນຄືສອນດີ-ຮຽນເກັ່ງ,ຕ້ານປະກົດການຫຍໍ້ທໍ້ ແລະສ້າງສະພາບ ແວດລ້ອມທີ່ດີ,ໃນພິທີຍັງໄດ້ມອບ ໃບກຽດຕິຄຸນໃຫ້ສູນສະຫວັນເຊັນເຕີທີ່ປະກອບສ່ວນພັດທະນາໂຮງຮຽນຄືໄດ້ສ້າງຫ້ອງເຕັ້ນ,ຫ້ອງດົນຕີພ້ອມອຸປະກອນຕ່າງໆມູນຄ່າ 117 ລ້ານກວ່າກີບແກ່ໂຮງຮຽນ.

ຈາກນັ້ນທ່ານ ຖາວອນ ອິນສີຊຽງໃໝ່ ກໍໄດ້ກ່າວເນັ້ນຫຼາຍບັນຫາຕໍ່ໂຮງຮຽນ ມປ ໂພນສະຫວັນເອົາໃຈໃສ່ຕື່ມເປັນຕົ້ນແມ່ນວຽກສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານຄູ-ອາຈານ, ວຽກ ພັດທະນາ ແລະຍົກສູງຄຸນນະພາບການຮຽນ-ການສອນໃຫ້ສູງກວ່າ ເກົ່າສ້າງສື່ການຮຽນ-ການສອນໃຫ້ຫຼາກຫຼາຍ, ສຳລັບວຽກກິດຈະກຳກໍ່ເປັນວຽກສຳຄັນ ແລະຕິດພັນກັບການຮຽນຊຶ່ງມັນເປັນການປູກຈິດສຳນຶກໃຫ້ນັກຮຽນຮັກການ ຮຽນ,ຮັກການອອກແຮງງານ ແລະອື່ນໆ, ຈາກນີ້ກໍ່ມີວຽກການປ້ອງກັນສະກັດກັ້ນສິ່ງເສບຕິດ ແລະປະກົດການຫຍໍ້ທໍ້ໃນໝູ່ນັກ ຮຽນ, ວຽກພັດທະນາພື້ນຖານຍາດແຍ່ງ ແລະຂໍກາຊ່ວຍເຫຼືອ ຈາກສັງຄົມ ແລະພາກສ່ວນອື່ນໆ ເພື່ອພັດທະນາໂຮງຮຽນ, ພ້ອມທັງເນັ້ນໃຫ້ນັກຮຽນຮູ້ຈັກໜ້າທີ່ຂອງຕົນນັ້ນກໍ່ຄືຕັ້ງໃຈຮຽນໃຫ້ເກັ່ງ ເປັນຄົນດີຂອຄອບຄົວຂອງພໍ່ແມ່ຂອງໂຮງຮຽນ ແລະສັງຄົມ.

---------------

ພາບ ແລະຂາ່ວຈາກ: ຈາກໜັງສືພືມເສດຖະກິດ-ສັງຄົມ