ປູເປ້ ເຊັນສັນຍາ ກັບ ສະໂມສອນ SUCY EN BRIE

  ພິທີເຊັນສັນຍາລະຫວ່າງສະໂມສອນເທັນນິດ SUCY ENBRIE ແລະນາງ ອາລິຍາ ວົງດາລາ ຫຼື “ປູເປ້” ນັກກີລາເທັນນິດດາວຮຸ່ງອາຍຸ 14 ປີ ໜຶ່ງດຽວຈາກ ສປປ ລາວ ໄດ້ມີຂຶ້ນເມື່ອ ວັນທີ 21 ກັນຍາ ຜ່ານມາທີ່ສະໂມສອນດັ່ງກ່າວນະຄອນຫຼວງປາຣິດປະເທດຝຣັ່ງ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານ ບຸນທົງ ຈັນທະປະເສີດຕາງໜ້າເອກອັກຄະລັດຖະທູດ ສປປ ລາວ ປະຈຳປະເທດຝຣັ່ງ, ມີຜູ້ຕາງໜ້າສະໂມສອນ, ຄະນະນຳ, ຄູຝຶກ, ຜູ້ປົກຄອງນັກກີລາ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ພູເຂົາທອງ ພົມມະວົງ ຜູ້ປົກຄອງ ແລະຜູ້ຈັດການສ່ວນ ຕົວຂອງນາງ ອາລິຍາ ວົງດາລາກ່າວວ່າ: ປູເປ້ ໄດ້ຕົກລົງເຊັນສັນຍາເປັນນັກເທັນນິດຂອງສະໂມສອນ SUCY EN BRIE ໃນປະ ເທດຝຣັ່ງ ເປັນທີ່ຮຽບຮ້ອຍແລ້ວ ໂດຍເນື້ອໃນຂອງສັນຍາລະບຸວ່າທາງສະໂມສອນຈະຊ່ວຍເຫຼືອດ້ານ ຄ່າເດີນທາງໄປ-ກັບເພື່ອໃຫ້ ປູເປ້ມາຮ່ວມແຂ່ງຂັນລາຍການຕ່າງໆ ທີ່ປະເທດຝຣັ່ງ ລະຫວ່າງເດືອນ ເມສາຫາ ເດືອນກໍລະກົດ 2020 ແລະໃນລະຫວ່າງເດືອນກໍລະກົດຫາ ເດືອນສິງຫາ 2020 ແມ່ນ ເຂົ້າສູນຝຶກຊ້ອມໄປພ້ອມກັນ ໂດຍ ມີທ່ານ ໂຈນາທານຄູຝຶກມືອາຊີບ ຂອງສະໂມສອນເປັນຜູ້ຊ່ວຍແນະນຳ ແລະຝຶກແອບຕາມຫຼັກສູດນາ ນາຊາດ, ສ່ວນເລື່ອງເງິນລາງວັນ ທີ່ໄດ້ຈາກການແຂ່ງຂັນທາງສະໂມ ສອນແມ່ນມອບໃຫ້ “ປູເປ້” ທັງໝົດ.

ທ່ານ ພູເຂົາທອງ ພົມມະວົງກ່າວອີກວ່າ: ສຳລັບ “ປູເປ້” ໃນກ່ອນໜ້ານີ້ໄດ້ເດີນທາງມາຝຶກຊ້ອມແລະແຂ່ງຂັນລາຍການຕ່າງໆ  ເຖິງ 6 ລາຍການຢູ່ປະເທດຝຣັ່ງ ລະ ຫວ່າງວັນທີ 18 ສິງຫາ ຫາ 23 ກັນຍາ 2019, ໃນນີ້ສາມາດຄວ້າ ແຊ້ມມາຄອງໄດ້ເຖິງ 3 ລາຍການ ຄື: ລາຍການໂປຣຄັບ ຫຼື “Tennis pro Cup”, ລາຍການ Tennis Club Tournament Loupian TC 34 ແລະລາຍການ TEY RAN TOURNOI OPEN 2019. ນອກນັ້ນ, ຍັງສາມາດຜ່ານ ເຂົ້າສູ່ຮອບຮອງຊະນະເລີດ ຫຼື ຮອບ 4 ສຸດທ້າຍໄດ້ອີກ 3 ລາຍ ການປະກອບມີ: ລາຍການ Mont pelier ASPTT Tennis TOURNOI Open 2019, ລາຍການ Tournoi TC JACOU 2019 ແລະລາຍການ TMC les raquette de la dépêche 2019 ຈົນສ້າງຄວາມສົນໃຈໃຫ້ຫຼາຍສະ ໂມສອນໃນຝຣັ່ງ ແລະໃນທີ່ສຸດກໍ ຕັດສິນໃຈເຊັນສັນຍາກັບສະໂມສອນ SUCY EN BRIE ເປັນທີ່ຮຽບຮ້ອຍແລ້ວ ຊຶ່ງສ້າງຄວາມພາກພູມໃຈໃຫ້ກັບປະຊາຊົນລາວ ທັງຊາດລວມເຖິງວົງຕະກຸນໃນເວທີສາກົນ.

ສໍາລັບ ປູເປ້ ແມ່ນເປັນນັກກີລາເທັນນິດດາວຮຸ່ງຊຶ່ງຖືໄດ້ວ່າອາດຈະເປັນນັກກີລາເຍົາວະຊົນ ຄົນລາວທີ່ຈະມາເປັນຄວາມຫວັງຂອງ ສປປ ລາວ ໃນເວທີພາກພື້ນ ແລະສາກົນໃນອະນາຄົດ ໂດຍ ປູ ເປ້ ເກີດເມື່ອວັນທີ 17 ກໍລະກົດ 2005 ທີ່ນະຄອນຫຼວງວຽງຈັນປະຈຸບັນຮຽນຢູ່ໂຮງຮຽນມັດທະຍົມສົມບູນຊະນະພົນຊຶ່ງກາຍເປັນນັກເທັນນິດເຍົາວະຊົນຍິງດ່ຽວມື 1 ຂອງ ສປປ ລາວ ນັບຕັ້ງແຕ່ ຮຸ່ນອາຍຸ 10,12 ແລະ14 ປີອີກດ້ວຍ.ສ່ວນອັນດັບໃນປະເທດໄທເປັນມື 1 ຮຸ່ນອາຍຸ 10 ປີ, ມື 13 ຮຸ່ນອາຍຸ 12 ປີ ແລະມື 112 ຮຸ່ນອາຍຸ 14 ປີ. ຂະນະທີ່ອັນດັບເຍົາວະຊົນໃນສະຫະພັນເທັນນິດອາຊຽນ ເປັນມື 306 ໃນຮຸ່ນອາຍຸ 14 ປີ ເພາະໃນລະດັບນີ້ແມ່ນຈະນັບຮຸ່ນອາຍຸ 14 ປີຂຶ້ນໄປ.

ພາບ ແລະຂາ່ວຈາກ: ຈາກໜັງສືພືມເສດຖະກິດ-ສັງຄົມ